ເຢຍຣະມັນ ຍິນດີຕ້ອນຮັບ ການສະໜັບສະໜູນຂອງຈີນ ​ຕໍ່​ຂອບໂຄງຮ່າງໜີ້ສິນ​ກຸ່ມ G20

ນາຍົກລັດຖະມົນຕີເຢຍຣະມັນ ທ່ານໂອລາຟ ຊອດ ຂວາ ແລະນາຍົກລັດຖະມົນຕີຈີນ ທ່ານ ລີ ຈຽງ ຮ່ວມຖະແຫລງການ ຕໍ່ກອງປະຊຸມນັກຂ່າວ ໃນນະຄອນເບີລິນ ປະເທດເຢຍຣະມັນ ໃັນທີ 20 ມິຖຸນາ 2023

ເຢຍຣະມັນ ຍິນດີຕ້ອນຮັບການສະໜັບສະໜູນຈາກຈີນ ສຳລັບ​ຂອບການ​ປັບ​ປ່ຽນໂຄງຮ່າງໜີ້ສິນ​ຂອງ​ກຸ່ມ G20 ​ຕໍ່ບັນດາປະເທດທຸກຈົນ ຢູ່ໃນຖະແຫລງ ການຮ່ວມ ຫລັງຈາກສົນສົນທະນາ​ດ້ານການເງິນຢູ່ໃນນະຄອນແຟຣງເຝິດ ໃນທ້າຍອາທິດທີ່ຜ່ານມາ ອີງຕາມ​ລາຍ​ງານອົງການຂ່າວຣອຍເຕີ.

“ພວກເຮົາຍິນດີຕ້ອນຮັບຄວາມຈິງທີ່ຝ່າຍຈີນ ຍັງໝັ້ນໝາຍດັ່ງກ່າວນີ້ຢູ່ໃນ​ຖະ ແຫລງການ​ຮ່ວມ ເພາະວ່າການແກ້ໄຂບໍ່ສາມາດເປັນໄປໄດ້​ໂດຍປາດສະຈາກຈີນ ທີ່ເປັນຜູ້ມີບົດບາດອັນສຳຄັນໃນການເມືອງ​ຂອງ​ໂລກ” ທີ່ລັດຖະມົນຕີການເງິນເຢຍຣະມັນ ທ່່ານຄຣິສຕຽນ ລິນເດີ ໄດກ່າວໃນວັນອາທິດ ຫລັງຈາກພົບປະກັບຮອງປະທານປະເທດຈີນ ທ່ານ​ເຫ ລີເຟັງ.

ຕ່າງ​ຝ່າຍ​ກໍ​ບໍ່​ໄດ້ໃຫ້ລາຍລະອຽດເພີິ້ມເຕີມກ່ຽວກັບກົດລະບຽບສຳລັບ​ຂອບ​ການ​ປັບ​ປ່ຽນໂຄງຮ່າງຄືນ ແລຖະແຫລງການ​ຮ່ວມ​ກໍບໍ່ໄດ້​ກ່າວ​ຢ່າງສະເພາະເຈາະຈົງ.
ແຫລ່ງຂ່າວນຶ່ງໄດ້ບອກອົງການຂ່າວຣອຍເຕີ ໃນເດືອນເມສາ ວ່າຈີນໄດ້ເປັນທີ່ຄາດໝາຍໄວ້ທີ່ຈະຍົກ​ເລີກຄຳຮຽກຮ້ອງສຳລັບບັນດາທະນາຄານພັດທະນາທີ່ເຂົ້າຮ່ວມທັງຫລາຍເພື່ອແບ່ງປັນການສູນເສຍໄປຕາມບັນດາຜູ້​ໃຫ້ສິນເຊື່ອອື່ນໆໃນໜີ້ສິນ​ອະທິປະໄຕ ​ໃນ​ການ​ປັບ​ປ່ຽນໂຄງຮ່າງ​ສຳ​ລັບບັນດາປະເທດທີ່ທຸກຈົນ.
​ຍງ​ບໍ່ເປັນທີ່ແຈ້ງຂາວ​ໃນທັນທີ ໃນວັນອາທິດວານນີ້ເທື່ອວ່າ ສິ່ງນັ້ນໄດ້ເກີດຂຶ້ນ​ຫຼື​ບໍ່.

ອ່ານຂ່າວນີ້ເປັນພາສາອັງກິດ