ເຮືອບິນ ຝຣັ່ງ ສາມລຳທີ່ຂົນສົ່ງການຊ່ວຍເຫຼືອໜັກ 54 ໂຕນສຳລັບເຂດກາຊາ ໄດ້ເດີນທາງຮອດປະເທດ ອີຈິບ ໃນທ້າຍອາທິດທີ່ຜ່ານມາ ແລະ ຝຣັ່ງ ມີກຳປັ່ນນາວິກະໂຍທິນສາມລຳ ໃນພາກຕາເວັນອອກຂອງທະເລເມດີເທີເຣນຽນ ທີ່ກຽມພ້ອມຈະຕອບສະໜອງຕໍ່ສະຖານະການທີ່ກຳລັງຮຸນແຮງຂຶ້ນ, ອີງຕາມການກ່າວຂອງບັນດາເຈົ້າໜ້າທີ່ອາວຸໂສໃນວັນອາທິດວານນີ້.
ການປະກາດດັ່ງກ່າວໄດ້ມີຂຶ້ນໃນຂະນະທີ່ລັດຖະມົນຕີການຕ່າງປະເທດ ຝຣັ່ງ ທ່ານນາງ ກາເຕຣີນ ໂຄລົນນາ ໄດ້ຮຽກຮ້ອງສຳລັບ “ການສະຫງົບເສິກດ້ານມະນຸດສະທຳໃນທັນທີ,” ໃນລະຫວ່າງການເດີນທາງໄປນະຄອນຫຼວງ ໂດຮາ, ປະເທດ ກາຕ້າ, ແລະ ໄດ້ເຕືອນຕໍ່ການອະນຸຍາດໃຫ້ຄວາມຂັດແຍ້ງແຜ່ນລາມໃນພາກພື້ນ.
ເຮືອບິນທະຫານ A400M ຂອງກອງທັບອາກາດ ຝຣັ່ງ ກ່ອນບິນຂຶ້ນ ເພື່ອນຳສົ່ງການຊ່ວຍເຫຼືອດ້ານມະນຸດສະທຳ ໄປເຂດ ກາຊາ, ຢູ່ຖານທັບ ອອກເລອອງ, ຝຣັ່ງ, 4 ພະຈິກ 2023.
ອິສຣາແອລ ໄດ້ປະຕິເສດການຮຽກຮ້ອງຢ່າງຊ້ຳແລ້ວຊ້ຳອີກຂອງສາກົນ ສຳລັບການຢຸດຍິງ ເປັນເວລາສີ່ອາທິດ ນັບຕັ້ງແຕ່ພວກນັກລົບຈາກກຸ່ມຮາມາສ, ເຊິ່ງຄວບຄຸມເຂດກາຊາ, ໄດ້ບຸກຂ້າມເຂດຊາຍແດນ, ຂ້າປະຊາຊົນ 1,400 ຄົນ ແລະ ໄດ້ຈັບຫຼາຍກວ່າ 240 ຄົນເປັນຕົວປະກັນ.
ອິສຣາແອລ ນັບຕັ້ງແຕ່ນັ້ນມາໄດ້ໂຈມຕີເຂດກາຊາຈາກອາກາດ, ທຳການປິດລ້ອມ ແລະ ເປີດການໂຈມຕີຢູ່ພາກພື້ນດິນ, ກໍ່ໃຫ້ເກີດຄວາມເປັນຫ່ວງທົ່ວໂລກກ່ຽວກັບ ສະຖານະການດ້ານມະນຸດສະທຳໃນດິນແດນທີ່ຖືກປິດລ້ອມນັ້ນ ແລະ ພວກເຈົ້າໜ້າທີ່ ກາຊາ ໄດ້ກ່າວໃນວັນອາທິດວານນີ້ວ່າ, ໄດ້ສັງຫານຊາວປາແລັສໄຕນ໌ ຫຼາຍກວ່າ 9,770 ຄົນ.