ບໍລິສັດ Fitch Ratings ໄດ້ຫຼຸດລະດັບຄວາມໜ້າເຊື່ອຖືທາງການເງິນ ຫລື ຄຣີດິດ ຂອງລັດຖະບານສະຫະລັດລົງ, ໂດຍອ້າງເຖິງຫນີ້ສິນທີ່ເພີ່ມຂຶ້ນໃນລະດັບລັດຖະບານ ກາງ, ລະດັບລັດ, ແລະທ້ອງຖິ່ນ ແລະ "ການຊຸດໂຊມລົງຂອງມາດຕະຖານໃນການບໍລິຫານຂອງລັດ" ໃນໄລຍະສອງທົດສະວັດທີ່ຜ່ານມາ.
ປ້າຍຊື່ Fitch Ratings ຕິດຢູ່ນອກຫ້ອງການຂອງບໍລິສັດຢູ່ຍ່ານການເງິນ Canary Wharf ໃນລອນດອນ, ວັນທີ 3 ມີນາ, 2016.
ບໍລິສັດ Fitch ກ່າວວ່າ ຄວາມຂັດແຍ້ງທາງດ້ານການເມືອງທີ່ຮ້າຍແຮງຂຶ້ນ ກ່ຽວກັບການໃຊ້ຈ່າຍ ແລະນະໂຍບາຍພາສີ ແມ່ນສາເຫດສໍາຄັນສໍາລັບການຫຼຸດລົງຂອງລະດັບຄຣີດິດດັ່ງກ່າວ. ບໍລິສັດນີ້ ກ່າວວ່າ ການບໍລິຫານປະເທດຂອງສະຫະລັດໄດ້ເສື່ອມຖອຍລົງ ເມື່ອທຽບໃສ່ກັບປະ ເທດອື່ນ ທີ່ໄດ້ຮັບການຈັດອັນດັບສູງ ແລະໄດ້ອ້າງເຖິງ "ສະພາບທີ່ບໍ່ໄປບໍ່ມາ ໃນການວາງຂີດຈໍາກັດຫນີ້ສິນທີ່ຊ້ໍາແລ້ວຊ້ຳອີກ ແລະການແກ້ໄຂໃນນາທີສຸດທ້າຍ." ການຈັດອັນດັບດັ່ງກ່າວ ໄດ້ຖືກຫລຸດລົງນຶ່ງຈຸດໃນວັນອັງຄານວານນີ້ ມາເປັນ AA+ ຈາກ AAA, ເຊິ່ງເປັນຄະແນນສູງສຸດເທົ່າທີ່ເປັນໄປໄດ້. ການຈັດອັນດັບໃຫມ່ທີ່ວ່ານີ້ ແມ່ນຍັງດີຢູ່ສຳລັບລະດັບການລົງທຶນ, ອີງຕາມອົງການຂ່າວເອພີ (AP).