ນາງເຮັນນາ ຄານ (Hena Khan), ນັກຮຽນຊັ້ນມັດທະຍົມປີທີ 9 ໃນນະຄອນຫຼວງດາກາ ຕ້ອງພົບກັບຄວາມຫຍຸ້ງຍາກທີ່ຈະສຸມໃສ່ການຮຽນຂອງລາວໃນອາທິດນີ້ ເນື່ອງຈາກອຸນຫະພູມທີ່ສູງກວ່າ 40 ອົງສາເຊລຊຽສ ຢູ່ໃນນະຄອນຫຼວງ.
ນາງກ່າວວ່າ “ບໍ່ມີການສຶກສາທີ່ແທ້ຈິງຢູ່ໃນໂຮງຮຽນໃນຊ່ວງທີ່ຮ້ອນຫຼາຍແບບນີ້, ບັນດາຄູອາຈານ ບໍ່ສາມາດສິດສອນໄດ້ເລີຍ, ພວກນັກຮຽນບໍ່ມີສະມາທິ, ຊີວິດຂອງພວກເຮົານັ້ນ ຢູ່ໃນຄວາມສ່ຽງແທນ.”
ນາງ ຄານ ແມ່ນນຶ່ງໃນຈຳນວນນັກຮຽນຫຼາຍກວ່າ 40 ລ້ານຄົນ ທີ່ໄດ້ຖືກປິດຫ້ອງຮຽນໃນບໍ່ເທົ່າໃດອາທິດທີ່ຜ່ານມາ ເນື່ອງຈາກຄື້ນຄວາມຮ້ອນ ອັນໄດ້ເຮັດໃຫ້ໂຮງຮຽນ ຢູ່ບາງພາກສ່ວນໃນຂົງເຂດເອເຊຍ ແລະອາຟຣິກາເໜືອຕ້ອງປິດການຮຽນ.
ເມື່ອສະພາບອາກາດຮ້ອນຂຶ້ນ, ຄື້ນຄວາມຮ້ອນຈະແກ່ຍາວຂຶ້ນ ແລະໄປຮອດຈຸດສູງສຸດເມື່ອອຸນຫະພູມໂດຍສະເລ່ຍເພີ້ມຂຶ້ນ. ໃນທາງກົງກັນຂ້າມ, ບັນດາເຈົ້າໜ້າທີ່ລັດຖະບານ ແລະຜູ້ຊ່ຽວຊານດ້ານສຸຂະພາບຢູ່ໃນທົ່ວໂລກ ກໍາລັງໂຕ້ແຍ້ງກັນວ່າ ຈະໃຫ້ພວກນັກຮຽນ ຮຽນຢູ່ໃນຫ້ອງຮຽນທີ່ມີອຸນຫະພູມຮ້ອນ ຫຼືວ່າ ຜັກດັນໃຫ້ພວກເຂົາເຈົ້າຢູ່ເຮືອນ ແລະເຢັນສະບາຍ.
ແຟ້ມຮູບ-ຫ້ອງຮຽນທີ່ເປົ່າຫວ່າງ ຂອງໂຮງຮຽນທີ່ມີຊື່ວ່າ ອຸດາຢານ ອຸຈຊາ ມາເຈຍມິກ ບິດຢາລາຢາ (Udayan Uchcha Madhyamik Bidyalaya), ຖືກຖ່າຍໄວ້ໃນຂະນະທີ່ໝົດໂຮງຮຽນປິດລົງເນື່ອງຈາກຄື້ນຄວາມຮ້ອນທີ່ເກີດຂຶ້ນຕໍ່ເນື່ອງ ໃນນະຄອນຫຼວງດາກາ, ບັງກລາແດັສ, ວັນທີ 25 ເມສາ 2024.
ການຕັດສິນໃຈຢ່າງໃດຢ່າງນຶ່ງ ແມ່ນມີຜົນສະທ້ອນ, ເຊິ່ງປະມານ 17 ເປີເຊັນຂອງບັນດາເດັກນ້ອຍໃນໄວຮຽນຢູ່ໃນທົ່ວໂລກແມ່ນ ໄດ້ອອກຈາກໂຮງຮຽນໄປແລ້ວ, ອີງຕາມຂໍ້ມູນຂອງອົງການສະຫະປະຊາຊາດ. ແຕ່ອັດຕາສ່ວນຊໍ້າພັດມີຫຼາຍກວ່າໃນປະເທດທີ່ກໍາລັງພັດທະນາ, ໂດຍປະມານນຶ່ງສ່ວນສາມຂອງເດັກນ້ອຍໃນເຂດໃຕ້ຂອງທະເລຊາຍຊາຮາຣາໃນອາຟຣິກາ ອອກຈາກໂຮງຮຽນເມື່ອທຽບກັບພຽງແຕ່ 3 ເປີເຊັນ ຂອງເດັກນ້ອຍນັກຮຽນໃນອາເມຣິກາເຫນືອ. ຄະແນນສອບເສັງຂອງພວກເດັກນ້ອຍຢູ່ໃນປະເທດທີ່ກໍາລັງພັດທະນາ ຍັງລ້າຫຼັງກວ່າປະເທດທີ່ພັດທະນາແລ້ວ.