Welcome to English in a minute. ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການພາສາອັງກິດໃນ 1 ນາທີ.
Your browser doesn’t support HTML5
ເຊີນຮັບຟັງ English in a Minute, ບົດທີ 95 “Haste Makes Waste” ແປວ່າ ເຮັດຟ້າວໆຟັ່ງໆ ພາໃຫ້ສິ້ນເປືອງ" ຫລື “ຊ້າໆໄດ້ພ້າເຫຼັ້ມງາມ"
Today’s expression has rhyming words. And it might have to do with birdhouses?
ສຳນວນສຳລັບມື້ນີ້ ແມ່ນເປັນຄຳຄ່ອງ. ແລະອາດຈະກ່ຽວກັບເຮືອນນົກ? ແຕ່ “Haste Makes Waste” ມັນມີຄວາມໝາຍວ່າແນວໃດກັນແທ້? ພວກເຮົາລອງໄປຟັງບົດສົນທະນາລະຫວ່າງ Anna ກັບ Jonathan, ລອງເບິ່ງເນາະ, ບາງທີມັນອາດຊ່ວຍໃຫ້ພວກເຮົາຮູ້ໃຊ້ສຳນວນນີ້ຫລາຍຂຶ້ນ?
Jonathan: Anna, what are you making? ອານນາ, ເຈົ້າກຳລັງສ້າງຫຍັງຢູ່ຫັ້ນ?
Anna: it’s supposed to be a birdhouse.
ອານນາ: ມັນຄວນຈະເປັນເຮືອນສຳລັບນົກ.
Jonathan: that’s going to kill a bird… not shelter it.
ໂຈເນທານ: ອັນນັ້ນມັນຊິຂ້ານົກ... ບໍ່ແມ່ນເປັນບ່ອນໃຫ້ມັນອາໄສຢູ່.
Anna: I know, I didn’t measure the wood before I started sawing. Now I have to buy all new wood!
ອານນາ: ຂ້ອຍຮູ້, ຂ້ອຍບໍ່ໄດ້ແທກໄມ້ກ່ອນຈະເລີ້ມເລື່ອຍມັນ. ຕອນນີ້ ຂ້ອຍຕ້ອງໄດ້ຊື້ໄມ້ໃໝ່ ທັງໝົດເລີຍ.
Jonathan: “Haste makes waste,” Anna.
ໂຈເນທານ: “ເຮັດຟ້າວໆຟັ່ງໆພາໃຫ້ສິ້ນເປືອງ,” ໄດ໋ອານນາ.
Anna: not helpful.
ອານນາ: ບໍ່ຊ່ວຍຫຍັງໄດ້ເລີຍ.
“Haste” means doing something very quickly. So “haste makes waste” means that doing something too quickly can lead to mistakes. Those mistakes result in wasted time, money, effort and, in Anna’s case, wood.
“Haste” ໝາຍເຖິງການເຮັດບາງສິ່ງບາງຢ່າງຢ່າງຟ້າງຟັ່ງ. ສະນັ້ນ “haste makes waste” ແປວ່າ “ເຮັດຟ້າວໆຟັ່ງໆພາໃຫ້ສິ້ນເປືອງ” ໝາຍຄວາມວ່າ ການເຮັດສິ່ງໃດ ສິ່ງນຶ່ງໄວເກີນໄປ ອາດເຮັດໃຫ້ເກີດຄວາມຜິດພາດໄດ້. ຄວາມຜິດພາດເຫຼົ່ານັ້ນ ພາໃຫ້ ເສຍເວລາ, ເງິນຄຳ, ຄວາມພະຍາຍາມ ແລະ ໃນກໍລະນີຂອງອານນາ, ແມ່ນເສຍໄມ້. ຖ້າທຽບກັບສຸພາສິດລາວກໍຈະແມ່ນຄຳວ່າ "ຊ້າໆໄດ້ພ້າເຫຼັ້ມງາມ" ນັ້ນເອງ.
And that's English in a minute!
ແລະ ນັ້ນແມ່ນພາສາອັງກິດໃນ 1 ນາທີ!