Welcome to English in a minute. ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການພາສາອັງກິດໃນ 1 ນາທີ.
Your browser doesn’t support HTML5
ເຊີນຮັບຟັງ English in a Minute, ບົດທີ 100 “Follow in someone’s footsteps” ແປວ່າ "ເດີນຕາມຮອຍ” ຫລື “ເຮັດຕາມໃຜຄົນນຶ່ງ"
These are footsteps. But what could it mean to follow them? Let’s listen.
ນີ້ແມ່ນຮອຍຕີນ. ແຕ່ຄຳວ່າ “Follow in Someone’s Footsteps”, ມັນມີຄວາມໝາຍ ວ່າແນວໃດກັນແທ້? ພວກເຮົາລອງໄປຟັງບົດສົນທະນາລະຫວ່າງ Anna ກັບ Jonathan, ລອງເບິ່ງເນາະ, ບາງທີມັນອາດຊ່ວຍໃຫ້ພວກເຮົາຮູ້ໃຊ້ສຳນວນນີ້ຫລາຍຂຶ້ນ?
Jonathan: Anna, you got a new accordion.
ໂຈເນທານ: ອານນາ, ເຈົ້າໄດ້ເຄື່ອງຫລິ້ນດົນຕີອາກໍດິອົງໃໝ່ ຫວະຫັ້ນ.
Anna: I want to follow in my mom’s footsteps.
ອານນາ: ຂ້ອຍຢາກເດີນຕາມຮອຍຕີນຂອງແມ່ຂ້ອຍ.
Jonathan: Oh, does she play the accordion too?
ໂຈເນທານ: ໂອ້, ລາວຫຼິິ້ນອາກໍດິອົງ ຄືກັນຫວາ?
Anna: oh, no. she plays the piano beautifully.
ອານນາ: ໂອ້, ບໍ່ດອກ. ລາວຫຼິ້ນເປຍໂນໄດ້ດີຢ່າງໜ້າອອນຊອນເລີຍລະ.
Jonathan: how are you following in her footsteps?
ໂຈເນທານ: ແລ້ວ ເຈົ້າຈະເດີນຕາມຮອຍຕີນລາວໄດ້ແນວໃດຫລະ?
Anna: Music, Jonathan.
ອານນາ: ຫລິ້ນດົນຕີ, ໂຈນາທານ.
When you follow in someone’s footsteps, you do something they also do – like a job or activity. You want to succeed at something like they have. You can follow in anyone’s footsteps, not just a parent’s.
ເມື່ອທ່ານເດີນຕາມຮອຍຕີນຂອງໃຜຄົນນຶ່ງ, ທ່ານເຮັດສິ່ງໃດສິ່ງນຶ່ງຄືກັນກັບທີ່ພວກເຂົາເຈົ້າໄດ້ເຮັດມາ - ເຊັ່ນ ອາຊີບ ຫຼື ກິດຈະກຳອັນໃດ ອັນນຶ່ງ. ທ່ານຢາກປະສົບຜົນສຳເລັດ ໃນສິ່ງໃດສິ່ງນຶ່ງຄືກັນກັບເຂົາເຈົ້າ. ທ່ານສາມາດເດີນຕາມຮອຍຕີນຂອງໃຜກໍ່ໄດ້, ບໍ່ແມ່ນ ມີແຕ່ຮອຍຕີນຂອງພໍ່ແມ່.
And that's English in a minute.
ແລະ ນັ້ນແມ່ນພາສາອັງກິດໃນ 1 ນາທີ.