ການສໍ້ລາດບັງຫລວງ ເພີ້ມຄວາມຮ້າຍແຮງ ຂຶ້ນໃນທົ່ວໂລກ (ວີດິໂອ)

ແຜນທີ່ຈາກລາຍງານຂອງອົງການຄວາມໂປ່ງໃສສາກົນ ຫລື ປີ 2013 ສະແດງໃຫ້ເຫັນວ່າ ພັກການເມືອງຕ່າງໆ ໃນທົ່ວໂລກ ແມ່ນສະຖາບັນ ທີ່ມີການສໍ້ລາດ ບັງຫລວງຫລາຍທີ່ສຸດ.

ການສໍ້ລາດບັງຫລວງ ແລະການໃຫ້ສິນບົນເປັນບັນຫາທີ່ຮ້າຍ
ແຮງຍິ່ງຂຶ້ນຢູ່ໃນຫລາຍປະເທດ ແລະຄວາມເຊື່ອຖືຕໍ່ລັດຖະ
ບານແມ່ນຫລຸດລົງຢູ່ທົ່ວໂລກ ອິງຕາມການສໍາຫລວດໂດຍ
ກຸ່ມຄົ້ນຄວ້າ​ທີ່​ຊື່ວ່າ ຄວາມໂປ່ງໃສສາກົນ ຫລື Transparency
International. Henry Ridgwell ຜູ້ສື່ຂ່າວວີໂອເອ ມີລາຍ
ງານກ່ຽວ​ກັບການສໍາຫລວດດ້ານການສໍ້ລາດບັງຫລວງຄັ້ງ
ຫລ້າສຸດຂອງອົງການທີ່ບໍ່ຫາຜົນກໍາໄລດັ່ງກ່າວ ຈາກນະຄອນ
ຫລວງລອນດອນ ຊຶ່ງບົວສະຫວັນ ຈະນໍາມາສະເໜີທ່ານ.

Your browser doesn’t support HTML5

ຟັງລາຍງານການສໍາຫລວດດ້ານການສໍ້ລາດບັງຫລວງ


ບົດ​ລາຍ​ງານ ຂອງອົງການຄວາມໂປ່ງໃສສາກົນ ຫລື
Transparency International ທີ່​ຊື່ວ່າ “​ເຄື່ອງວັດແທກ
ການສໍ້ລາດບັງຫລວງໃນທົ່ວໂລກ ສໍາລັບ ປີ 2013” ຫລື The Global Corruption Barometer 2013 ໄດ້ວາດພາບທີ່​ໜ້າ​ສະ​ລົດ​ໃຈກ່ຽວ​ກັບ​ການ​ສໍ້​ລາດ​ບັງ​ຫລວງ​ຢູ່​ໃນ​
ທົ່ວ​ໂລກ ຄືນຶ່ງໃນ 4 ຄົນໃດເວົ້າວ່າ ເຂົາເຈົ້າໄດ້ຈ່າຍຄ່າສິນບົນໃນໄລຍະ 12 ເດືອນຜ່ານ
ມາ ​ເວລາ​ທີ່​ເຂົາ​ເຈົ້າ​ຕ້ອງການ​ຈະເຂົ້າໄປ ຫາສະຖາບັນຮັບໃຊ້ປະຊາຊົນ ຫລືໄປຮັບການ
ບໍລິການຕ່າງໆ ອີງຕາມການລາຍງານຂອງອົງການ Transparency International.
ທ່ານ Robert Barrington ​ຜູ້ອໍານວຍການຝ່າຍບໍລິຫານ ຂອງອົງການດັ່ງກ່າວເວົ້າວ່າ:

“ເມື່ອເວົ້າເຖິງດ້ານການຈ່າຍເງິນຄ່າສິນບົນແລ້ວ ມີຢູ່ສອງປະເທດທີ່ວ່າ ສາມ
ໃນສີ່ຄົນໃດເວົ້າວ່າ ພວກເຂົາເຈົ້າຕ້ອງໄດ້ຈ່າຍເງິນສິນບົນ ໃນປີກາຍນີ້. ນັ້ນ
ກໍຄື ປະເທດ Sierra Leone ແລະ Liberia.”


ເບິ່ງວີດິໂອກ່ຽວກັບລາຍງານນີ້:

http://d2c72hkaqrcfxm.cloudfront.net/flashembed.aspx?t=vid&id=1698538&w=640&h=429&skin=embeded


ອົງການຄວາມໂປ່ງໃສສາກົນ ​ໄດ້ທໍາ​ການສໍາພາດ 114 ພັນຄົນ ຢູ່ໃນ 107 ປະເທດ ແລະ
ພົບວ່າ ຫລາຍກວ່າເຄິ່ງນຶ່ງຂອງ​ພວກທີ່ຖືກສໍາພາດນັ້ນ ເຊື່ອວ່າ ການສໍ້ລາດບັງຫລວງ ແລະການໃຫ້ສິນບົນ ໄດ້ເພີ້ມຄວາມຮ້າຍແຮງຂຶ້ນ ໃນ​ໄລຍະສອງປີຜ່ານມາ. ທ່ານ Barrington ກ່າວເພີ້ມອີກວ່າ:

“ເປົ້າໝາຍ​ໃນ​ບັ້ນ​ສຸດ​ທ້າຍຂອງເຮົາ ຕ້ອງແມ່ນຜູ້ອອກນະໂຍບາຍ ເພາະວ່າ ການນໍາພາຈາກຂັ້ນສູງ ແມ່ນສໍາຄັນທີ່ສຸດໃນເລື້ອງນີ້. ແລະເມື່ອທ່ານເບິ່ງ
ບັນດາປະເທດ
ທີ່ໄດ້ຮັບການປັບປຸງ​ໃຫ້​ດີ​ຂຶ້ນ ບາງທີອາດຈະແມ່ນປະເທດ
ຈໍເຈຍ ແລະ Rwanda ສົມທຽບ ໃສ່ການສໍາຫລວດຄັ້ງທີ່ແລ້ວນັ້ນ ໂດຍທົ່ວ​
ໄປແລ້ວ ມັນແມ່ນພວກລັດຖະບານທີ່​ຖືກ​ຂັບ​ດັນ​ຍ້ອນການເມືອງ ຢາກ​ຈ​ະ​ເຮັດ
​ສິ່ງ​ໃດ​ສິ່ງ​ນຶ່ງ ​ເພື່ອ​ປາບການສໍ້ລາດບັງຫລວງ ຈຶ່ງໄດ້ເຮັດໃຫ້ມີການປ່ຽນແປງ.”


ທ່ານ Bertrand de Speville ຜູ້ນໍາພາບໍລິສັດທີ່ປຶກສາດ້ານການຕໍ່ຕ້ານການສໍ້ລາດ
ບັງຫລວງ ທີ່ໃຫ້ຄໍາປຶກສາແກ່ລັດຖະບານຂອງຫລາຍກວ່າ 50 ປະເທດ ເວົ້າວ່າ ມີ​ຢູ່​
ເລື້ອຍ​ເກີນ​ໄປ​ໂພດ ທີ່​ແຮງ​ຂັບ​ດັນ​ໃຫ້ຜູ້ນໍາຄົນ​ໃດ​ຄົນນຶ່ງ ທໍາ​ການແກ້ໄຂບັນຫາສໍ້ລາດ
ບັງຫລວງນັ້ນ ມັກຈະຫລຸດໜ້ອຍລົງ ແລະຈາງຫາຍໄປ. ທ່ານ de Speville ເວົ້າວ່າ:

“ຜູ້ກ່ຽວ​ມັກ​ຈະ​ຄິດ​ຂຶ້ນ​ມາ​ໄດ້ໃນທັນທີທັນໃດວ່າ ການເຮັດເຊັ່ນນັ້ນ ມັນອາດ
ຈະແຕະຕ້ອງເຖິງເພື່ອນຮ່ວມງານ, ໝູ່ເພື່ອນ, ພັນທະມິດດ້ານການເມືອງ,
ຄອບຄົວ ​ແລະກະທົບໃສ່ແມ່ນກະທັ້ງໂຕຂອງຜູ້ກ່ຽວນໍາດ້ວຍ. ແລະຄັ້ງ​ແລ້ວ​
ຄັ້ງ​ເຫລົ່າ ຂ້າພະເຈົ້າໄດ້ເຫັນແສງແຫ່ງຄວາມຕັ້ງ​ໃຈທາງການເມືອງອັນ​ນັ້ນ
ຈາງ​ຫາຍໄປ​ແມ່ນ​ແຕ່ໃນ ຂະນະທີ່ຂ້າພະ​ເຈົ້າກໍາລັງລົມຢູ່ກັບຜູ້ກ່ຽວ.”


ທ່ານ Anna Hazare ນັກເຄື່ອນໄຫວຕ້ານການສໍ້ລາດບັງຫລວງ ໂບກມືໃສ່ ພວກປະທ້ວງ ຢູ່ນະຄອນ ມູມບາຍໃນ ເດືອນ ທັນວາ 2011


ຢູ່ອິນເດຍ ໃນປີ 2011 ທ່ານ Anna Hazare ນັກເຄື່ອນ
ໄຫວດ້ານສັງຄົມ ກາຍເປັນຜູ້ທີ່ມີຊື່ສຽງທົ່ວໂລກ ລຸນຫລັງທີ່
ໄດ້ນໍາພາການປະທ້ວງ ດ້ວຍການອົດອາຫານ ເພື່ອຕໍ່ຕ້ານ
ກັບການສໍ້ລາດບັງຫລວງ. ທ່ານ Hazre ເວົ້າວ່າ:

“ຂ້ອຍຢາກໃຫ້ພວກຄົນທຸກໄດ້ຮັບຄວາມເປັນທໍາ. ຂ້ອຍ
ຢາກໄດ້ເງິນທີ່ພວກເຮົາເສຍໄປ​ໃຫ້ການສໍ້ລາດບັງຫລວງ
ນັ້ນ ຄືນມາ.”


ຄົນທີ່ສະໜັບສະໜຸນທ່ານເປັນຫລາຍໆຮ້ອຍຄົນ ໄດ້ເຂົ້າ
ຮ່ວມການປະທ້ວງ ດ້ວຍການອົດອາຫານດັ່ງກ່າວ ແລະລັດຖະບານກໍໄດ້ຕົກລົງ ທີ່ຈະນໍາ
ສະເໜີຮ່າງກົດໝາຍຕ້ານການສໍ້ລາດບັງຫລວງ. ແຕ່ວ່າຢ່າງໃດກໍຕາມ ສິ່ງທີ່ເອີ້ນວ່າ ຮ່າງ
ກົດໝາຍ Lokpal ນັ້ກໍຍັງບໍ່ທັນໄດ້ຖືກຮັບຜ່ານໃຫ້ກາຍເປັນກົດໝາຍເທື່ອ.

ທ່ານ de Speville ເວົ້າວ່າ ຜູ້ທຸກຈົນນັ້ນແມ່ນໄດ້ຮັບຄວາມລໍາບາກ​ເດືອດຮ້ອນຫລາຍ
ກວ່າໝູ່ໝົດ ແລະການໃຫ້ເງິນສິນ​ບົນ ຕ້ອງໄດ້ຮັບການແກ້ໄຂຢູ່ໃນທຸກລະດັບ. ທ່ານ de
Speville ໃຫ້ຄໍາເຫັນວ່າ:

“ທ່ານພຽງແຕ່ຄິດເຖິງດ້ານການຮັກສາຄວາມສະຫງົບ ຫລືສາທາລະນະສຸກ
ເທົ່ານັ້ນ ທ່ານກໍຈະເຫັນຄວາມເປັນ ຈິງຂອງສະພາບການ ທີ່​ວ່າ​ນີ້. ເງິນຄ່າ
ຈ້າງອັນນ້ອຍໆ ອາດມີຜົນກະທົບ ຕາມມາຢ່າງຮ້າຍແຮງ.”


ແຕ່ ທ່ານ de Speville ກໍເວົ້າອີກວ່າ ຄໍາປຶກສາໃນການແກ້ໄຂບັນຫາສໍ້ລາດບັງຫລວງ
ຈາກສະຖາບັນ ເຊັ່ນທະນາຄານໂລກນັ້ນ ແມ່ນມີປະສິດທິຜົນ ໜ້ອຍຫລາຍ. ທ່ານ de Speville ກ່າວມ້ວນທ້າຍວ່າ:

“ເມື່ອເບິ່ງປະລິມານຂອງຊັບພະຍາກອນ ທີ່ໄດ້ທຸ້ມເທໃສ່ເພື່ອແກ້ໄຂບັນຫານີ້​
ແລ້ວ ຕາມຄວາມເຫັນຂອງ ຂ້າພະເຈົ້ານັ້ນ ມັນເປັນເລື້ອງທີ່​ເກືອ​ບວ່າ ​ເປັນຕາ​
ໜ້າ​ອາຍ​ພຸ້ນ​ແຫລະ. ຂ້າພະເຈົ້າບໍ່​ເຊື່ອວ່າ ມັນຈະຍາກປານນັ້ນ. ທີ່ຈິງແລ້ວ ຢູ່
ຫລາຍບ່ອນເຊັ່ນ ຮົງກົງ ແລະສິງກະໂປ ​ເຂົາ​ເຈົ້າ​ກໍໄດ້ສະແດງໃຫ້ເຫັນແລ້ວວ່າ
ມັນບໍ່ຍາກ ປານນັ້ນ ທີ່​ຈະ​ແກ້​ໄຂ​ບັນຫາ​ການ​ສໍ້​ລາດ​ບັງ​ຫລວງ.”


ອົງການຄວາມໂປ່ງໃສສາກົນ ເວົ້າອີກວ່າ ບັນດາຜູ້ທີ່ຖືກສໍາຫລວດຄວາມ​ເຫັນນັ້ນ ແມ່ນມີ
ຄວາມຫ້າວຫັນ ຢາກຈະຕໍ່ສູ້ກັບບັນຫາສໍ້ລາດບັງຫລວງດ້ວຍຕົນເອງ. ຫລາຍກວ່າເຄິ່ງນຶ່ງ
ເວົ້າວ່າ ເຂົາເຈົ້າຍິນດີທີ່ຈະລາຍງານ ກ່ຽວກັບເຫດການໃຫ້ສິນບົນ ແກ່ພວກເຈົ້າໜ້າທີ່
ກ່ຽວຂ້ອງຊາບ.