ຜູ້ອຳນວຍການອົງການສືບລັບ CIA ກ່າວວ່າ ອົງການສືບລັບສະຫະ ລັດ ສະແດງໃຫ້ເຫັນວ່າ ປະທານປະເທດຈີນ ທ່ານ ສີ ຈິ່ນຜິງ ໄດ້ສັ່ງໃຫ້ກອງທັບຂອງຕົນ “ກຽມພ້ອມພາຍໃນປີ 2027” ທີ່ຈະບຸກລຸກໄຕ້ຫວັນ. ແຕ່ຜູ້ອຳນວຍການອົງການສືບລັບ CIA ທ່ານວີລລຽມ ເບີນສ໌ ຍັງກ່າວອີກວ່າ ທ່ານສີ ໃນປັດຈຸບັນນີ້ ອາດຈະມີຄວາມສົງໄສກ່ຽວກັບຄວາມສາມາດໃນການບຸກໄຕ້ຫວັນ ເມື່ອໄດ້ເຫັນຜົນທີ່ອອກມາຂອງຣັດເຊຍ ໃນສົງຄາມທີ່ຣັດເຊຍໄດ້ເຮັດກັບຢູເຄຣນນັ້ນ.
ແຟ້ມພາບ - ຜູ້ອຳນວຍການ ທ່ານວີລລຽມ ເບີນສ໌ ກ່າວຢູ່ທີ່ສຳນັກງານໃຫຍ່ ອົງການສືບລັບ CIA ໃນເມືອງແລ່ງລີ ລັດເວີຈີເນຍ, ວັນທີ 8 ກໍລະກົດ 2022.
ທ່ານເບີນສ໌ ໄດ້ກ່າວໃນລາຍການ “Face the Nation” ຂອງໂທລະພາບ CBS ວ່າ ສະຫະລັດ ຕ້ອງເອົາໃຈໃສ່ “ຢ່າງຈິງຈັງ” ໃນເລື້ອງຄວາມປາດຖະໜາຂອງທ່ານສີ ທີ່ຢາກຈະຄວບຄຸມໄຕ້ຫວັນ ເຖິງແມ່ນວ່າ ຈະມີບັນຫາຂັດແຍ້ງດ້ານການທະຫານ ທີ່ບໍ່ສາມາດຫລີກລ່ຽງໄດ້ ກໍຕາມ. ທ່ານເບີນສ໌ ກ່າວວ່າ ການສະໜັບສະໜຸນຈາກສະຫະລັດແລະບັນດາພັນທະມິດຈາກປະເທດຢູໂຣບ ແກ່ຢູເຄຣນ ອາດເປັນມາດຕະການກີດກັນຕໍ່ຈີນ ໃນເວລານີ້ ກໍເປັນໄດ້ ແຕ່ຄວາມສ່ຽງຂອງການໂຈມຕີຕໍ່ໄຕ້ຫວັນ ທີ່ອາດເປັນໄປໄດ້ນັ້ນ ພຽງແຕ່ຈະເພີ້ມຂຶ້ນຢ່າງແຮງ ໃນຊຸມປີຕໍ່ໜ້າ.