ຮອງປະທານປະເທດຈີນ ຈະເຂົ້າຮ່ວມພິທີສາບານໂຕເຂົ້າຮັບຕໍາແໜ່ງຂອງ ທ່ານ ທຣໍາ

ຮອງປະທານປະເທດຈີນ ທ່ານ ຫານ ເຈີງ ເຂົ້າຮ່ວມປະຊຸມຢູ່ທີ່ຫໍປະຊຸມແຫ່ງຊາດ ໃນນະຄອນຫຼວງປັກກິ່ງ, ວັນທີ 11 ມັງກອນ 2025.

ຈີນ​ກ່າວ​ໃນ​ວັນ​ສຸກ​ມື້​ນີ້​ວ່າ ຮອງ​ປະ​ທາ​ນປະເທດຈີນ ທ່ານ ຫານ ເຈີງ (Han Zheng) ຈະ​ເຂົ້າ​ຮ່ວມ​ພິທີສາບານໂຕເຂົ້າຮັບຕໍາແໜ່ງ​ຂອງວ່າທີ່​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ ດໍໂນລ ທຣໍາ ໃນ​ວັນ​ຈັນ​ທີ່ຈະມາເຖິງ​ນີ້.

ປັກ​ກິ່ງ​ກ່າວ​ວ່າ ການ​ເຄື່ອນ​ໄຫວ​ດັ່ງ​ກ່າວດຳ​ເນີນ​ໄປ​ຕາມ “ຫຼັກການ​ຂອງຄວາມເຄົາລົບ​ເຊິ່ງກັນ​ ແລະ​ກັນ, ໃນມຸມມອງຂອງການ​ຢູ່​ຮ່ວມ​ກັນ​ດ້ວຍຄວາມສັນຕິ,​ການ​ຮ່ວມ​ມື​ທີ່​ເປັນປະໂຫຍດແກ່ທັງສອງຝ່າຍ ແລະ​ຂະຫຍາຍ​ສາຍ​ພົວພັນ​ກັບ​ ສະຫະລັດ.”

ໂຄສົກກະຊວງການຕ່າງປະເທດກ່າວໃນຖະແຫຼງການຕອນເຊົ້າຂອງວັນສຸກມື້ນີ້ວ່າ “ພວກ​ເຮົາ​ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ​ລັດຖະບານຊຸດ​ໃໝ່ຂອງ ສະຫະລັດ ​ເພື່ອ​ເສີມສ້າງການເຈລະຈາ ແລະ​ການ​ສື່ສານ, ຄຸ້ມ​ຄອງບໍລິຫານ​ຄວາມ​ແຕກ​ຕ່າງ​ຢ່າງ​ເໝາະ​ສົມ, ​ເປີດ​ກວ້າງ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດຮ່ວມກັນ, ​ຮັກສາຄວາມສໍາພັນຮ່ວມກັນລະຫວ່າງ ​ຈີນ​ ກັບ ສະຫະລັດ ໃຫ້ມີສະຖຽນ​ລະ​ພາບ​ທີ່ເຂັ້ມແຂງ ແລະຍືນຍົງ, ພ້ອມທັງຫາຫົນທາງທີ່ຖືກຕ້ອງ ເພື່ອໃຫ້ທັງສອງປະເທດຢູ່ຮ່ວມກັນໄດ້.”

ການ​ປະກາດ​ດັ່ງກ່າວ​ມີ​ຂຶ້ນລຸນ​ຫຼັງ​ ​ທ່ານ ທຣໍາ ​ໄດ້ທໍາການ​ເຊື້ອ​ເຊີນ​ປະທານ​ປະ​ເທດ​ຈີນ ສີ ຈິ້ນຜິງ ​ແລະ​ຜູ້ນຳ​ຕ່າງປະ​ເທດ​ຄົນ​ອື່ນໆ​ໃຫ້​ເຂົ້າ​ຮ່ວມ​ພິທີ​ສາບານ​ໂຕເຂົ້າຮັບຕໍາແໜ່ງຂອງທ່ານ ເປັນເວລາຫຼາຍກວ່ານຶ່ງເດືອນ. ນີ້ ​ເປັນ​ການ​ເຄື່ອນ​ໄຫວ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ ແລະຖືເປັນການກະທໍາທີ່ແຕກຕ່າງຈາກປະເພນີເດີມ​, ນັບຕັ້ງແຕ່ມີປະຫວັດວ່າ ບັນດາ​ເອກ​ອັກຄະ​ລັດຖະທູດ​ຕ່າງປະ​ເທດ​ຈະ​ເຂົ້າ​ຮ່ວມ​ພິທີ​ສາບານ​ໂຕຂອງ​ປະທານາທິບໍດີ.

ນັກວິ​ເຄາະ​ກ່າວ​ວ່າ ປັກ​ກິ່ງ​ ກຳລັງ​ສະ​ແດງ​ໃຫ້​ເຫັນ “ຄວາມ​ມຸ້ງ​ຫວັງ” ຕໍ່​ລັດຖະບານໃໝ່ຂອງ ​ທ່ານ ທຣໍາ ​ໂດຍ​ການ​ສົ່ງ ທ່ານ ຫານ ເຂົ້າຮ່ວມ.

ທ່ານ ຊູ ໂບ (Zhou Bo), ພະນັກງານ​ອາວຸ​ໂສ​ຢູ່ທີ່ສູນ​ຄວາມ​ໝັ້ນຄົງດ້ານ​ຍຸດ​ທະ​ສາດ​ສາກົນ​ຂອງ​ມະຫາວິທະຍາ​ໄລ​ຊິງ​ຮວາ ​ໃນ​ນະຄອນຫຼວງ​ປັກ​ກິ່ງ ​ກ່າວ​ວ່າ “ຈີນ ​ບໍ່​ມີ​ປະ​ເພນີ​ທີ່​ຈະ​ໃຫ້​ປະທານປະເທດເຂົ້າ​ຮ່ວມ​ພິທີ​ສາບານໂຕເຂົ້າ​ຮັບ​ຕຳ​ແໜ່​ງຂອງ​ຜູ້ນໍາ​ປະເທດ​ອື່ນ.”

ທ່ານກ່າວຕໍ່ VOA ຜ່ານທາງໂທລະສັບວ່າ “ການສົ່ງຮອງປະທານປະເທດເຂົ້າຮ່ວມພິທີສາບານໂຕຂອງ ທ່ານ ທຣໍາ ແມ່ນທາງເລືອກທີ່ດີທີ່ສຸດ ແລະຖືເປັນການສະແດງໃຫ້ເຫັນເຖິງເຈຕະນາທີ່ດີຂອງປັກກິ່ງຕໍ່ປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣໍາ.”

ໃນຂະນະທີ່ ປັກກິ່ງ ພະຍາຍາມຕອບສະໜອງໃນທາງບວກຕໍ່ການເຊື້ອເຊີນຂອງ ທ່ານ ທຣໍາ, ຜູ້ຊ່ຽວຊານຫຼາຍຄົນຊໍ້າພັດກ່າວວ່າ ການເຂົ້າຮ່ວມຂອງ ທ່ານ ຫານ ເປັນພຽງພິທີການຫຼັກເທົ່ານັ້ນ.

ທ່ານ ຊິກຸນ ຊູ (Zhiqun Zhu), ຜູ້ຊ່ຽວຊານດ້ານນະໂຍບາຍການຕ່າງປະເທດກ່ຽວກັບຈີນຢູ່ທີ່ມະຫາວິທະຍາໄລ ບັກແນລ (Bucknell) ໃນລັດເພັນຊີລວາເນຍ ກ່າວວ່າ “ຂ້າພະເຈົ້າບໍ່ໄດ້ຄາດຫວັງຫຍັງຢ່າງເປັນຮູບປະທໍາຈາກການເດີນທາງໄປວໍຊິງຕັນຂອງ ທ່ານ ຫານ.”

​ເຖິງ​ແມ່ນການເຂົ້າຮ່ວມພິທີສາບານໂຕຂອງ ທ່ານ ຫານ ​ຈະ​ມີ​ລັກສະນະ​ພິ​ເສດກໍຕາມ, ແຕ່ ທ່ານ ຊູ ກ່າວ​ວ່າ ການ​ເຄື່ອນ​ໄຫວ​ຂອງ​ປັກ​ກິ່ງ​ ຍັງ​ສາມາດ “ວາງ​ພື້ນຖານ​ທີ່​ດີ” ​ໃຫ້​ແກ່​ການ​ພົວພັນ​ລະຫວ່າງ ​ສະຫະລັດ ແລະ ຈີນ ພາຍ​ໃຕ້​ການບໍລິຫານງານ​ຄັ້ງ​ທີ 2 ຂອງ​ ທ່ານ ທຣໍາ ອີກດ້ວຍ.

ອ່ານຂ່າວນີ້ເປັນພາສາອັງກິດ