ກຸ່ມແກັ່ງອາດຊະຍາກອນຈີນ ໃນເຂດລຸ່ມແມ່ນໍ້າຂອງມີວິທີການກໍ່ອາດຊະຍາກຳຫຼາຍກວ່າ 10 ວິທີການ ຈຶ່ງເຮັດໃຫ້ປະຊາຊົນຈຳນວນຫຼາຍຕົກເປັນເຫຍື່ອຂອງແກັ່ງອາຊະຍາກອນຈີນທີ່ເປັນເຄືອຂ່າຍຂະໜາດໃຫຍ່ນັ້ນ.
Your browser doesn’t support HTML5
ກຸ່ມແກັ່ງອາດຊະຍາກອນຈີນ ໃນເຂດລຸ່ມແມ່ນໍ້າຂອງມີວິທີການກໍ່ອາດຊະຍາກຳຫຼາຍກວ່າ 10 ວິທີການ
ເຈົ້າໜ້າທີ່ຕຳຫຼວດຝ່າຍປາບປາມອາດຊະຍາກຳຂ້າມຊາດຂອງໄທ ໄດ້ຢືນຢັນວ່າທາງການຕຳຫຼວດຈີນ, ມຽນມາ, ລາວ, ໄທ, ກຳປູເຈຍ ແລະ ຫວຽດນາມ ເຊິ່ງໄດ້ປະຕິບັດການຮ່ວມໃນການປາບປາມອາຊະຍາກຳທຸກຮູບແບບໃນເຂດລຸ່ມແມ່ນ້ຳຂອງ ນັບຈາກເດືອນກັນຍາ 2023 ເປັນຕົ້ນມາຈົນເຖິງປັດຈຸບັນ ພົບວ່າ ການຄ້າຢາເສບຕິດຍັງຄົງເປັນບັນຫາທີ່ຮ້າຍແຮງທີ່ສຸດ ທັ້ງຍັງມີການຈັດຕັ້ງເປັນຂະບົວນການຂະໜາດໃຫຍ່ ທີ່ສາມາດກໍ່ອາດຊະຍາກຳໄດ້ໃນທຸກຮູບແບບ ແລະເປັນການຍາກທີ່ສຸດໃນການປະຕິບັດມາດຕະການປາບປາມໃຫ້ໄດ້ຢ່າງສິ້ນເຊີງອີກດ້ວຍ ດັ່ງເຈົ້າໜ້າທີ່ຂັ້ນສູງຂອງໄທ ໄດ້ໃຫ້ການຢືນຢັນວ່າ “ພຶດຕິການກໍຄືການຫຼອກລວງແລ້ວກໍໂອນເງິນຕໍ່ໆໄປ ເພາະສະນັ້ນ ກໍຕ້ອງຝາກເຖິງປະຊາຊົນຊາບວ່າ ກໍລະນີທີ່ມີໂທລະສັບມາຫາ ຫຼືວ່າ ມີເລື່ອງຕ່າງໆ ກໍສາມາດຮັບຟັງໄດ້ແຕ່ສິ່ງທີ່ສໍາຄັນກໍແມ່ນພວກທ່ານຕ້ອງມີສະຕິ ແລະຕ້ອງບໍ່ໂອນເງິນ ເພາະສະນັ້ນ ໃນຂອງການຫຼອກລວງ ກໍຈະມີຮູບແບບຊ້ຳໆ ເດີມໆ ເຊັ່ນ ຫຼອກລວງວ່າ ບັນຊີຂອງທ່ານແມ່ນຍູ່ໃນລະຫວ່າງການຖືກກວດສອບເສັ້ນທາງການເງິນ ຂົ່ມຂູ່ວ່າ ຈະດຳເນີນຄະດີເລື້ອງຢາເສບຕິດ ທ່ານຕ້ອງໂອນເງິນຈາກບັນຊີນີ້ມາທີ່ບັນຊີນັ້ນ ເພາະສະນັ້ນ ມື້ນີ້ກໍຕ້ອງໄລ່ໄປຈົນເຖິງຖານທີ່ຕັ້ງ Call Center ແລະກໍຕ້ອງເຮັດໃຫ້ເຖິງທີ່ສຸດ ເພາະວ່າແກັ່ງ Call Center ນີ້ ແມ່ນແຜ່ລາມຢ່າງຫນັກຫນ່ວງ.”
ໂດຍເຖິງແມ່ນວ່າທາງການຕຳຫລວດຂອງທັງ 6 ປະເທດໃນເຂດລຸ່ມແມ່ນ້ຳຂອງ ໄດ້ມີການຮ່ວມມືກັນຢ່າງແໜ້ນແຟ້ນຫລາຍຂຶ້ນກໍຕາມ ແຕ່ວ່າ ດ້ວຍການນຳໃຊ້ເທັກໂນໂລຈິ ທີ່ທັນສະໄໝເຂົ້າໃນການກໍ່ອາຊະຍາກຳ ເຊັ່ນ ການນຳໃຊ້ໂປຣແກຣມ ສຳລັບການໂອນເງິນຈາກບັນຊີທະນາຄານຂອງຜູ້ທີ່ຕົກເປັນເຫຍື່ອ ແລະການຫຼອກລວງໃນຮູບແບບຕ່າງໆ ໂດຍສະເພາະແມ່ນກຸ່ມແກັ່ງ Call Center ນັ້ນ ຄືຮູບແບບຂອງອາຊະຍາກຳ ທີ່ສ້າງບັນຫາທີ່ເປັນໄພຄຸກຄາມຕໍ່ຊີວິດການເປັນຢູ່ຂອງປະຊາຊົນຢ່າງກວ້າງຂວາງທີ່ສຸດໃນປັດຈຸບັນນີ້ ຊຶ່ງມີວິທີການຫຼາຍກວ່າ 10 ວິທີການດ້ວຍກັນ ໃນນີ້ລວມເຖິງອາຊະຍາກໍາທາງຄອມພິວເຕີ ຫຼື Cyber Crime ທີ່ນໍາໃຊ້ໂປຣແກຣມທັນສະໄໝເພື່ອລັກເອາຂໍ້ມູນສ່ວນບຸກຄົນ ໂດຍສະເພາະແມ່ນ ຂໍ້ມູນທາງການເງິນ ແລະທະນາຄານດ້ວຍນັ້ນ ດັ່ງເຈົ້າໜ້າທີ່ຂັ້ນສູງໃນ ກະຊວງປ້ອງກັນຄວາມສະຫງົບຂອງລາວ ຢືນຢັນວ່າ “ບັນຫາອາດຊະຍາກຳຂ້າມຊາດ ລວມມີ 10 ປະເພດອາຊະຍາກຳ ເປັນຕົ້ນ ການລັກລອບຄ້າຂາຍຢາເສບຕິດ ການກໍ່ການຮ້າຍ ການຄ້າ-ຂາຍມະນຸດ ການຄ້າຂາຍອາວຸດ ການຄ້າ-ຂາຍສັດປ່າທີ່ຜິດກົດໝາຍ ອາຊະຍາກຳທາງດ້ານການຄ້າ ແລະ ການປອມແປງບັດເຄຣດິດ ການສໍ້ໂກງຂ້າມຊາດ ການປອມແປງເອກະສານເດີນທາງ ແລະອາດຊະຍາກຳທາງຄອມພິວເຕີ.”
ເຊິ່ງພາຍໃຕ້ສະພາບການທີ່ເກີດບັນຫາອາດຊະຍາກໍາທີ່ເພີ່ມຂຶ້ນດັ່ງກ່າວ ທັງການຄ້າຢາເສບຕິດ ການຄ້າເຖື່ອນຫລົບລ້ຽງພາສີ ການຄ້າໂສເພນີ ແລະການເຂົ້າເມືອງຜິດກົດໝາຍນັ້ນ ກໍຍັງໄດ້ເຮັດໃຫ້ທາງການແຂວງບໍ່ແກ້ວ ຕ້ອງເພີ່ມທະວີມາດຕະການກວດກາຢ່າງເຂັ້ມງວດຢູ່ໃນເຂດ 39 ບ້ານ ທີ່ຢູ່ຕໍ່ເນື່ອງກັບເຂດເສດຖະກິດພິເສດສາມຫຼ່ຽມຄຳ ທີ່ມີຄົນຈີນເດີນທາງມາຫຼິ້ນການພະນັນທີ່ບ່ອນຄາສິໂນ King Roman ຫຼາຍເປັນພິເສດ ຊຶ່ງທາງການລາວຈັບຊາວຈີນທີ່ກະທໍາຜິດຍູ່ໃນເຂດເສຖກິດພິເສດ ສາມຫລ່ຽມຄໍາໄດ້ກວ່າ 7,500 ຄົນທີ່ສໍ້ໂກງຄົນຈີນດ້ວຍກັນຄິດເປັນມູນຄ່າຫຼາຍກວ່າ 2,700 ລ້ານຢວນ ໃນຊ່ວງປີ 2023-2024 ນັ້ນ.
ສ່ວນການຮ່ວມມືປາບປາມອາດຊະຍາກຳທາງອິນເຕີແນັດ Cyber Crime ລະຫວ່າງຈີນ, ລາວ, ມຽນມາ ແລະ ໄທ ໃນຊ່ວງປີ 2023-2024 ຜ່ານມາ ກໍສາມາດຈັບແລະສົ່ງມອບຜູ້ຕ້ອງຫາສັນຊາດຈີນ ໃຫ້ກັບທາງການຕຳຫລວດຈີນໄດ້ເຖິງ 67,000 ກວ່າຄົນ ໃນນີ້ລວມຜູ້ຕ້ອງຫາ 15,970 ຄົນທີ່ຖືກຈັບຢູ່ໃນເຂດເສດຖະກິດພິເສດສາມຫຼ່ຽມຄຳທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວດ້ວຍ ໂດຍທັງໝົດແມ່ນສະມາຊິກໃນເຄືອຂ່າຍດຽວກັນກັບກຸ່ມແກັ່ງອາຊະຍາກອນຈີນ ທີ່ຍັງລີ້ຊ່ອນຢູ່ທີ່ເຂດສາມຫຼ່ຽມຄຳໃນທຸກມື້ນີ້ ອັນລວມທັງເຂດເສດຖະກິດພິເສດສາມຫຼ່ຽມຄຳ ທີ່ເມືອງຕົ້ນເຜິ້ງ ໃນແຂວງບໍ່ແກ້ວດ້ວຍ ຊຶ່ງມີຊາວຈີນເຂົ້າມາດຳເນີນທຸລະກິດ ແລະອາໄສຢູ່ໃນເຂດດັ່ງກ່າວຫຼາຍກວ່າ 60,000 ຄົນໃນປັດຈຸບັນ.