ນະວັດຕະກຳກ່ຽວກັບການຜະລິດອາຫານ ອາດສາມາດຊ່ວຍບັນເທົາຄວາມອຶດຫິວຂອງຫຼາຍລ້ານຄົນ ອີງຕາມອັງກິດ ຊຶ່ງເປັນເຈົ້າພາບ ຈັດກອງປະຊຸມໂລກ ວ່າດ້ວຍຄວາມບໍ່ໝັ້ນຄົງທາງດ້ານອາຫານໃນວັນຈັນວານນີ້ ແຕ່ບັນດາຜູ້ຕ້ອງຕິກ່າວວ່າ ຈຸດເພັ່ງເລັງໃນດ້ານເທັກໂນໂລຈີ ບໍ່ໄດ້ເອົາຫົວຊາ ຕໍ່ຄວາມບໍ່ສະເໝີພາບໃນດ້ານຄວາມຮັ່ງມີ ທີ່ນັບມື້ນັບເພີ້ມທະວີຂຶ້ນ.
ກອງປະຊຸມສຸດຍອດນີ້ ແມ່ນຂໍ້ລິເລີ້ມຮ່ວມລະຫວ່າງອັງກິດ ໂຊມາເລຍ ສະຫະລັດອາຣັບເອເມີເຣັສ ມູນນິທິກອງທຶນການລົງທຶນສຳລັບເດັກ ແລະ ມູນນິທິບິລ ແລະເມລິນດາ ເກດສ໌ ທີ່ແນໃສ່ເພື່ອເພີ້ມທະວີຄວາມໝັ້ນຄົງທາງດ້ານອາຫານ ໂດຍຜ່ານວິທະສາດ ແລະນະວັດຕະກຳ.
ນາຍົກລັດຖະມົນຕີອັງກິດ ທ່ານຣີຊີ ຊູນາກ ກ່າວຄຳປາໄສ ໃນລະຫວ່າງພີທີເປີດກອງປະຊຸມສຸດຍອດຄວາມໝັ້ນຄົງອາຫານໂລກ ທີ່ແລນແຄັສເຕີເຮົ້າ ເມື່ອວັນທີ 20 ພະຈິກ 2023.
ນາຍົກລັດຖະມົນຕີອັງກິດ ທ່ານຣີຊີ ຊູນາກ ກ່າວວ່າ ການເພັ່ງເລັງຄືນໃໝ່ແມ່ນມີຄວາມຈຳເປັນເພື່ອຈະຫຼຸດຜ່ອນຄວາມອຶດຫິວລົງ.
“ມັນເປັນສິ່ງທີ່ບໍ່ຖືກຕ້ອງ ຊຶ່ງທຸກມື້ນີ້ໃນປີ 2023 ມີເກືອບນຶ່ງລ້ານຄົນຢູ່ໃນທົ່ວໂລກ ບໍ່ມີອາຫານພຽງພໍສຳລັບໄວ້ກິນ ທີ່ຫຼາຍລ້ານຄົນກຳລັງປະເຊີນກັບຄວາມອຶດຫິວແລະຄວາມອຶດຢາກ ແລະເດັກນ້ອຍ 45 ລ້ານຄົນ ອາຍຸຕ່ຳກວ່າ 5 ປີ ພວມຂາດສານອາຫານ. ຢູ່ໃນໂລກທີ່ອຸດົມສົມບູນນີ້ ບໍ່ຄວນມີຜູ້ໃດ ຕາຍຍ້ອນຂາດອາຫານ ແລະບໍ່ມີພໍ່ແມ່ຄົນໃດເບິ່ງລູກເຂົາເຈົ້າອຶດຢາກ” ທ່ານຊູນາກກ່າວ ຕໍ່ຄະນະຜູ້ແທນທີ່ນະຄອນຫຼວງລອນດອນ.
ທ່ານໄດ້ກ່າວເຖິງ ແຜນການຂອງອັງກິດ ທີ່ເປັນເຈົ້າພາບ ‘ສູນກາງອອນລາຍ’ ເພື່ອນະວັດຕະກຳແລະການຜະລິດອາຫການ ຊຶ່ງຮູ້ກັນໃນຊື່ຫຍໍ້ ເປັນພາສາອັງ
ກິດວ່າ CGIAR ຫຼືກຸ່ມທີ່ປຶກສາໃນການຄົ້ນຄວ້າດ້ານກະສິກຳລະຫວ່າງປະເທດ ທີ່ແນໃສ່ເພື່ອເຮັດໃຫ້ລະບົບອາຫານຂອງໂລກ ປັບໂຕໄດ້ຫຼາຍຂຶ້ນ ຕໍ່ຄວາມຕື່ນຕົກໃຈໃນອະນາຄົດຈາກການປ່ຽນແປງຂອງດິນຟ້າອາກາດ.