ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເກັນ ໄດ້ເດີນທາງກັບຄືນມາ ນະຄອນຫຼວງວໍຊິງຕັນ ຈາກຕາເວັນອອກກາງ ໃນວັນພະຫັດວານນີ້ ໂດຍບໍ່ມີຂໍ້ຕົກລົງໃໝ່ ສຳລັບການຢຸດຍິງ ໃນສົງຄາມ 4 ເດືອນ ຂອງອິສຣາແອລ-ກຸ່ມຮາມາສ ໃນເຂດກາຊາ ຫຼືການປົດປ່ອຍຕົວປະກັນ ທີ່ຖືກຈັບໂດຍພວກຫົວຮຸນແຮງ ຕືີ່ມອີກ ຢູ່ໃນມື.
ທ່ານ ບລິງເກັນ ແລະເຈົ້າໜ້າທີ່ສະຫະລັດຄົນອື່ນໆ ກ່າວວ່າ ພວກເຂົາເຈົ້າຍັງມີຄວາມຫວັງໃນແງ່ດີວ່າ ການຢຸດຍິງຈະສາມາດບັນລຸໄດ້ ແລະຕົວປະກັນ 100 ຄົນ ຫຼືທີ່ຍັງເຫຼືອ ຈະໄດ້ຮັບການປ່ອຍໂຕ. ແຕ່ນາຍົກລັດຖະມົນຕີ ອິສຣາແອລ ທ່ານເບັນຈາມິນ ເນຕັນຢາຮູ ໄດ້ເຍາະເຍີ້ຍແຜນການ ຂອງກຸ່ມ ຮາມາສ ທີ່ຈະປ່ອຍໃຫ້ກຸ່ມຫົວຮຸນແຮງດັ່ງກ່າວ ຄວບຄຸມເຂດ ກາຊາ ວ່າ ເປັນການ “ຄິດໄປເອງ” ແລະກ່າວວ່າ ກອງກຳລັງອິສຣາແອລຈະຕໍ່ສູ້ ເພື່ອໃຫ້ໄດ້ “ໄຊຊະນະຢ່າງແທ້ຈິງ.”
ໃນຂະນະດຽວກັນ, ທຳນຽບຂາວປະກາດວ່າ, ປະທານາທິບໍດີ ໂຈ ໄບເດັນ ຈະເປັນເຈົ້າພາບຕ້ອນຮັບກະສັດ ອັບດູລລາ ທີ 2 (Abdullah II) ຂອງຈໍແດນ ທີ່ນະຄອນຫຼວງວໍຊິງຕັນໃນວັນຈັນ ເພື່ອປຶກສາຫາລື ກ່ຽວກັບການແກ້ໄຂຄວາມຂັດແຍ່ງລະຫວ່າງ ອິສຣາແອລ ແລະ ກຸ່ມຮາມາສ.
ທ່ານ ບລິງເກັນ ໄດ້ສິ້ນສຸດ ການເດີນທາງໄປຕາເວັນອອກກາງ 4 ປະເທດ ໂດຍການພົບປະກັບຄະນະລັດຖະມົນຕີສົງຄາມຂອງທ່ານ ເນຕັນຢາຮູ, ຊຶ່ງ ລວມທັງອະດີດຜູ້ບັນຊາການທະຫານ ເບນນີ ແກນຊ໌ (Benny Gantz) ແລະ ທ່ານ ກາບີ ໄອເຊນກັອທ (Gabi Eisenkot). ນັກການທູດສູງສຸດຂອງສະຫະ ລັດກ່າວວ່າ ທ່ານຈະສຸມໃສ່ "ຕົວປະກັນ ແລະຄວາມປາຖະຫນາອັນແຮງກ້າທີ່ພວກເຮົາທັງສອງຝ່າຍ ຢາກເຫັນພວກເຂົາ ກັບຄືນສູ່ຄອບຄົວຂອງພວກເຂົາ, ຊຶ່ງເປັນວຽກທີ່ກຳລັງດໍາເນີນຢູ່ ເພື່ອໃຫ້ໄປເຖິງຈຸດນັ້ນ."
ແຕ່ໃນຕອນແລງວັນພຸດທີ່ຜ່ານມາ ທ່ານ ບລິງເກັນ ໄດ້ຮັບຮູ້ຄວາມແຕກຕ່າງກັນຢ່າງແຈ່ມແຈ້ງ ລະຫວ່າງແຜນການຢຸດຍິງ ຫຼາຍອາທິດ ທີ່ສະເໜີ ໂດຍອິສຣາແອລ, ສະຫະລັດ, ກາຕາ ແລະອີຈິບ ແລະປ່ອຍຕົວປະກັນ ແລະ ການຕອບ ຂອງກຸ່ມ ຮາມາສ ທີ່ຮຽກຮ້ອງໃຫ້ຖອນທະຫານອິສຣາແອລ ອອກຈາກເຂດກາຊາ, ການຢຸດຕິການໂຈມຕີ ເຂດກາຊາ ແລະສິດຂອງກຸ່ມ ຮາມາສ ໃນການປົກຄອງດິນແດນ ແລະສ້າງຂີດຄວາມສາມາດ ທາງທະຫານຄືນໃໝ່.