ທ່ານ ບລິງເກັນ ມຸ້ງໜ້າໄປພາກຕາເວັນອອກກາງ ທ່າມກາງການໂຈມຕີທີ່ຮຸນແຮງເພີ້ມຂຶ້ນໃນແຫຼມກາຊາ

ຢູ່ທີ່ຫໍລັດຖະສະພາໃນນະຄອນຫຼວງວໍຊິງຕັນ, ລັດຖະມົນຕີການຕ່າງປະເທດ ທ່ານແອນໂທນີ ບລິງເກັນ ໄດ້ຮ້ອງຂໍຕໍ່ຄະນະກໍາມະການຂອງສະພາສູງວ່າ ຕ້ອງສົ່ງການຊ່ວຍເຫຼືອໄປໃຫ້ ອິສຣາແອລ ແລະ ຢູເຄຣນ ຢ່າງຮີບດ່ວນ, ວັນທີ 31 ຕຸລາ 2023.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ແອນ​ໂທ​ນີ ບ​ລິ​ງ​ເຄັນ ຈະ​ເດີນ​ທາງ​ໄປ​ເຂດ​ຕາ​ເວັນ​ອອກ​ກາງ​ໃນ​ອາ​ທິດນີ້, ​ຂະ​ນະ​ທີ່ ອິ​ສ​ຣາ​ແອ​ລ ຂະ​ຫຍາຍ​ການໂຈມ​ຕີ​ແກ້​ແຄ້ນ​ຂອງ​ເຂົາ​ເຈົ້າ​ຕໍ່​ເປົ້າ​ໝາຍ​ກຸ່ມ​ຮາ​ມາ​ສ ໃນ ກາ​ຊາ.

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ທ່ານ ແມັດ​ທິວ ມິ​ລ​ເລີ ໄດ້​ປະ​ກາດ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ລາຍ​ງານ​ຂອງວັນ​ພຸດ​ວານນີ້​ວ່າ “ລັດ​ຖະ​ມົນ​ຕີ ບ​ລິງ​ເຄັນ ຈະ​ເດີນ​ທາງ​ໄປ ອິ​ສ​ຣາ​ແອ​ລ ແລະ ຈໍ​ແດັນ ໃນ​ວັນ​ສຸກນີ້, ທ່ານລັດ​ຖະ​ມົນ​ຕີ​ຈະ​ພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເບັນ​ຈາ​ມິນ ເນ​ຕັນ​ຢາ​ຮູ ແລະ ຜູ້​ນຳ​ຄົນ​ອື່ນໆ​ໃນ​ລັດ​ຖະ​ບານ ອິ​ສ​ຣາ​ແອ​ລ ເພື່ອ​ຮັບ​ຂໍ້​ມູນ​ໃໝ່ ກ່ຽວ​ກັບ ຈຸດ​ປະ​ສົງ​ທາງ​ທະ​ຫານ​ຂອງ​ເຂົາ​ເຈົ້າ.”

ທ່ານ ມິ​ລ​ເລີ ກ່າວ​ຕື່ມ​ວ່າ ທ່ານ ບ​ລິງ​ເຄັນ ຈະ​ຫາ​ລື​ກັບ​ ອິ​ສ​ຣາ​ແອ​ລ ກ່ຽວ​ກັບ ຄວາມ​ຈຳ​ເປັນ​ທີ່​ຈະ​ໃຊ້​ຄວາມ​ລະ​ມັດ​ລະ​ວັງ​ເພື່ອ​ເຮັດ​ໃຫ້​ພົນ​ລະ​ເຮືອນ​ທີ່​ເສຍ​ຊີ​ວິດ ແລະ ບາດ​ເຈັບ​ມີ​ໜ້ອຍ​ທີ່​ສຸດ.

ໃນ​ປະ​ເທດ ຈໍ​ແດັນ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ກ່າວ​ວ່າ​ທ່ານ​ລັດ​ຖະ​ມົນ​ຕີ​ຈະ​ກ່າວ​ຢ້ຳ​ເຖິງ​ຄຳ​ໝັ້ນ​ສັນ​ຍາ​ຮ່ວມ​ກັນ ລະ​ຫວ່າງ ສະ​ຫະ​ລັດ ແລະ ຈໍ​ແດັນ ເພື່ອ​ອຳ​ນວຍ​ຄວາມ​ສະ​ດວກ​ໃນ​ນຳ​ສົ່ງການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳທີ່​ຊ່ວຍ​ຊີ​ວິດໃຫ້ຫຼາຍ​ຂຶ້ນ ແລະ ຢ່າງ​ຕໍ່​ເນື່ອງໄປ​ໃຫ້​ພົນ​ລະ​ເຮືອນ​ໃນ​ເຂດກາ​ຊາ.

Your browser doesn’t support HTML5

Violence Escalates in the West Bank

ທ່ານ ມິ​ລ​ເລີ ເວົ້າ​ວ່າພວກ​ເພິ່ນ​ຍັງ​ຈະ​ເຮັດ​ວຽກສຳ​ລັບ​ການ​ສືບ​ຕໍ່​ການ​ບໍ​ລິ​ການ​ທີ່​ສຳ​ຄັນ ແລະ ພະ​ຍາ​ຍາມ​ທີ່​ຈະ​ຮັບ​ປະ​ກັນ​ວ່າ​ຊາວປາ​ແລັ​ສ​ໄຕ​ນ໌ ຈະ​ບໍ່ຖືກ​ບັງ​ຄັບ​ໃຫ້​ບໍ່ມີ​ບ່ອນ​ຢູ່​ອາ​ໄສ​ນອກ​ເຂດ​ກາ​ຊາ.

ໃນ​ຕອນ​ເຊົ້າ​ວັນ​ພຸດ​ວານນີ້, ຈໍ​ແດັນ ໄດ້​ປະ​ກາດ​ການ​ເອີ້ນ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຂອງ​ເຂົາ​ເຈົ້າ​ກັບ​ຄືນ​ຈາກ ອິ​ສ​ຣາ​ແອ​ລ ເພື່ອ​ປະ​ທ້ວງ​ຕໍ່​ການ​ຖິ້ມ​ລະ​ເບີດ​ໃສ່​ ກາ​ຊາ ຂອງ ອິ​ສ​ຣາ​ແອ​ລ, ໂດຍ​ອ້າງ​ເຖິງ​ການ​ສູນ​ເສຍ​ຊີ​ວິດ​ຜູ້​ບໍ​ລິ​ສຸດ ແລະ ສົ່ງ​ຜົນ​ໃຫ້​ເກີດ​ວິ​ກິດ​ການ​ດ້ານມ​ະ​ນຸດ​ສະ​ທຳ. ຈໍ​ແດັນ ໄດ້​ກ່າວ​ວ່າ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຂອງ​ເຂົາ​ເຈົ້າ​ຈະ​ກັບ​ໄປ​ນະ​ຄອນຫຼວງ ແທ​ລ໌ ອາ​ວີບ ຖ້າ ອິ​ສ​ຣາ​ແອ​ລ ຢຸດ​ການ​ດຳ​ເນີນ​ການ​ທາງ​ທະ​ຫານ​ໃນ​ເຂດ​ກາ​ຊາ​ເທົ່າ​ນັ້ນ.

ຄ້າຍ​ຄື​ກັນ​ນັ້ນ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ຂອງ ອິ​ສ​ຣາ​ແອ​ລ ໃນ ຈໍ​ແດັນ, ຜູ້​ທີ່​ໄດ້​ເດີ​ນ​ທາງ​ອອກ​ເມື່ອ​ສອງ​ອາ​ທິດ​ທີ່​ຜ່ານ​ມາ​ທ່າມ​ກາງ​ການ​ປະ​ທ້ວງຈຳ​ນວນຫຼາຍ, ຈະ​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ກັບ​ຄືນ​ໄປ​ໃນ​ເງື່ອນ​ໄຂ​ອັນ​ດຽວ​ກັນ, ອີງ​ຕາມ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ ຈໍ​ແດັນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ