ຄະດີທີ່ສໍາຄັນກ່ຽວກັບການປ່ຽນແປງດ້ານດິນຟ້າອາກາດ ທີ່ຖືກຈັດຂຶ້ນຢູ່ສານຍຸຕິທຳສາກົນຂອງອົງການສະຫະປະຊາຊາດໃນນະຄອນ ເຮັກ (Hague) ປະເທດ ເນເທີແລນ ໃນອາທິດນີ້, ມີເປົ້າໝາຍເພື່ອຊີ້ແຈງພັນທະຜູກພັນທາງກົດໝາຍຂອງປະເທດຕ່າງໆໃນການປ້ອງກັນການປ່ຽນແປງດ້ານດິນຟ້າອາກາດ ແລະຈ່າຍຄ່າຄວາມເສຍຫາຍທີ່ສົ່ງຜົນເຮັດມັນໃຫ້ເກີດຂຶ້ນ. ປະເທດ ໝູ່ເກາະນ້ອຍໆຫຼາຍປະເທດໂຕ້ແຍ້ງວ່າ ການເປັນຢູ່ຂອງພວກເຂົາເຈົ້າແມ່ນຕົກ ຢູ່ໃນຄວາມສ່ຽງ.
ຄະດີດັ່ງກ່າວໄດ້ຖືກອະທິບາຍວ່າ ເປັນຄະດີທີ່ໃຫຍ່ທີ່ສຸດໃນໂລກຂອງສານ.
ຜູ້ພິພາກສາຂອງສານຍຸຕິທໍາສາກົນໃນນະຄອນ Hague, ເຊິ່ງເປັນອົງການ ນິຕິບັນຍັດສູງສຸດຂອງອົງການສະຫະປະຊາຊາດ ໄດ້ຮັບການຮ້ອງຂໍໃຫ້ຕັດສິນ ວ່າ ປະເທດທີ່ເຮັດໃຫ້ເກີດມົນລະພິດຢ່າງຫຼວງຫຼາຍ ຈະຕ້ອງຮັບຜິດຊອບຕໍ່ການ ກໍ່ໃຫ້ເກີດການປ່ຽນແປງດ້ານດິນຟ້າອາກາດ ແລະຜົນກະທົບທີ່ເປັນອັນຕະລາຍ ຫຼື ບໍ່.
ບັນດາປະເທດໝູ່ເກາະນ້ອຍກວ່າກ່າວວ່າ ລະດັບນ້ຳທະເລທີ່ເພີ້ມສູງຂຶ້ນ ເຮັດໃຫ້ຄວາມເປັນຢູ່ຂອງພວກເຂົາເຈົ້າຢູ່ໃນຄວາມສ່ຽງ.
ທ່ານ ອາໂນລ ຄີລ ລາວແມນ (Arnold Kiel Loughman), ໄອຍະການສູງ ສຸດຂອງປະເທດ ວານູອາຕູ, ເຊິ່ງເປັນປະເທດເກາະຂະໜາດນ້ອຍໃນບໍລິເວນ ພາກໃຕ້ຂອງມະຫາສະໝຸດປາຊີຟິກ ກ່າວວ່າ:
“ພາຍໃຕ້ກົດໝາຍສາກົນ, ປະເທດຕ່າງໆຕ້ອງມີພັນທະ, ພັນທະທີ່ຕ້ອງປະຕິບັດ ດ້ວຍຄວາມຂະຫຍັນໝັ່ນພຽນ ເພື່ອຂັດຂວາງຄວາມເສຍຫາຍຕໍ່ສິ່ງແວດລ້ອມ ຢ່າງຫຼວງຫຼາຍ, ເພື່ອຫຼຸດຜ່ອນການປ່ອຍອາຍພິດ ແລະໃຫ້ການສະໜັບສະໜູນ ແກ່ບັນດາປະເທດຄືປະເທດຂອງຂ້າພະເຈົ້າ ເພື່ອປົກປ້ອງສິດທິມະນຸດຂອງ ຄົນໃນລຸ້ນປັດຈຸບັນ ແລະ ອະນາຄົດ.”
ບັນດາຜູ້ພິພາກສາ ຈະທໍາການພິຈາລະນາບໍ່ພຽງແຕ່ການຜູກມັດທາງດ້ານກົດໝາຍກ່ຽວກັບບັນດາຂໍ້ຕົກລົງດ້ານດິນຟ້າອາກາດເທົ່ານັ້ນ, ແຕ່ຍັງລວມເອົາກົດໝາຍເພື່ອສິດທິມະນຸດສາກົນນໍາອີກດ້ວຍ.
ສານ ກຳລັງຮັບຟັງການພິຈາລະນາກ່ຽວກັບຄໍາໃຫ້ການຈາກບັນດາປະເທດທີ່ຮັບຜິດຊອບຕໍ່ການປ່ອຍອາຍພິດເຮືອນແກ້ວເປັນຈໍານວນຫຼາຍຂອງໂລກ, ລວມທັງສະຫະລັດ.
ທ່ານນາງ ມາກາເຣັດ ເທເລີ (Margaret Taylor) ທີ່ປຶກສາດ້ານກົດໝາຍຂອງກະຊວງການຕ່າງປະເທດທີ່ເປັນຕົວແທນຂອງ ສະຫະລັດ ຢູ່ທີ່ສານຍຸຕິທໍາສາກົນ ກ່າວວ່າ:
“ແນວໃດກໍຕາມ, ກົດໝາຍສາກົນວ່າດ້ວຍສິດທິມະນຸດ, ບໍ່ໄດ້ບັງຄັບໃຫ້ປະເທດຕ່າງໆຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວທີ່ເກີດຈາກການກະທໍາຂອງມະນຸດ, ແລະປັດຈຸບັນ ກົດໝາຍດັ່ງກ່າວບໍ່ໄດ້ກໍານົດໃຫ້ມະນຸດມີສິດທິໃນການມີສະພາບແວດລ້ອມທີ່ດີຕໍ່ສຸຂະພາບ. ເຖິງແມ່ນ ສະຫະລັດ ຈະຍັງຄົງເປີດກວ້າງ ໃນການມີສ່ວນຮ່ວມໃນຂະບວນການທີ່ນຳພາໂດຍລັດ ເພື່ອພັດທະນາສິດທິດັ່ງກ່າວກໍຕາມ.”
ບັນດາປະເທດຜູ້ກໍ່ມົນລະພິດຂະໜາດໃຫຍ່ຫຼາຍໆປະເທດໂຕ້ແຍ້ງວ່າ ກົດໝາຍທີ່ກ່ຽວຂ້ອງ ມີພຽງກົດໝາຍທີ່ໄດ້ມາຈາກຂໍ້ຕົກລົງດ້ານດິນຟ້າອາກາດທີ່ມີຢູ່ແລ້ວເທົ່ານັ້ນ, ແລະກົດໝາຍອື່ນໆ ແມ່ນບໍ່ກ່ຽວຂ້ອງກັນ, ອີງຕາມການກ່າວ ຂອງ ທ່ານນາງ ນິກກີ້ ໄຣສ໌ (Nikki Reisch) ຈາກສູນກາງດ້ານກົດໝາຍ ເພື່ອສິ່ງແວດລ້ອມ.
ທ່ານນາງ ໄຣສ໌, ຈາກສູນກາງດ້ານກົດໝາຍສໍາລັບສິ່ງແວດລ້ອມກ່າວຜ່ານ Zoom ວ່າ:
“ພວກເຮົາໄດ້ຍິນເຂົາເຈົ້າຖຽງກັນຢ່າງເອົາຈິງເອົາຈັງວ່າ ກົດໝາຍທີ່ກ່ຽວຂ້ອງພຽງສະບັບດຽວທີ່ສາມາດອ້າງເປັນຂໍ້ຜູກພັນທາງກົດໝາຍໄດ້ ມີພຽງຂໍ້ຕົກລົງ ປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດເທົ່ານັ້ນ. ແລະເມື່ອທ່ານພິຈາ ລະນາເບິ່ງຂໍ້ຕົກລົງນັ້ນແທ້ໆແລ້ວຈະພົບວ່າ ມັນບໍ່ໄດ້ຮຽກຮ້ອງຫຍັງຫຼາຍ, ພວກເຮົາໄດ້ຍິນວ່າ ສະຫະລັດ ພະຍາຍາມຊຸກຍູ້ໃຫ້ ສານ ແລະໜ່ວຍງານ ອື່ນໆເມີນເສີຍຕໍ່ປະຫວັດສາດ, ໂດຍທໍາການກວາດລ້າງການກະທໍາທີ່ຜ່ານມາ ກ່ຽວກັບການປ່ອຍອາຍພິດເປັນເວລາຫຼາຍທົດສະຫວັດ ພາຍໃຕ້ການປິດບັງ, ແລະກ່າວວ່າ ສິ່ງທີ່ເກີດຂຶ້ນກ່ອນສັນຍາສະພາບອາກາດຈະຖືກຮັບຮອງເອົານັ້ນ ຈາກທັດສະນະທາງດ້ານກົດໝາຍ ແມ່ນບໍ່ສໍາຄັນຫຼາຍ.”
ທ່ານນາງ ໄຣສ໌ ກ່າວວ່າ ຄວາມຄິດເຫັນຂອງຜູ້ພິພາກສາ ຈະບໍ່ມີການຜູກມັດ ທາງດ້ານກົດໝາຍ. ແຕ່ມັນຈະມີນ້ໍາໜັກ.
ທ່ານນາງ ນິກກີ້ ໄຣສ໌, ຈາກສູນກາງດ້ານກົດໝາຍສໍາລັບສິ່ງແວດລ້ອມ ກ່າວຜ່ານ Zoom ວ່າ:
“ເປັນດັ່ງປະເພດຂອງແຜນຜັງທາງດ້ານກົດໝາຍສໍາລັບຄວາມຮັບຜິດຊອບ ຫຼື ເປັນແນວທາງສໍາລັບສານຫຼາຍແຫ່ງ ແລະ ບັນດາຜູ້ສະໜັບສະໜູນຢູ່ໃນທົ່ວ ໂລກທໍາຄວາມເຂົ້າໃຈວ່າ ກົດໝາຍສາກົນກໍານົດຫຍັງໄວ້ແດ່ ແລະພວກເຮົາ ຄວນຍຶດໝັ້ນຫຼັກການປະຕິບັດດ້ານສະພາບອາກາດກັບປະເທດໃດແດ່ ພ້ອມ ທັງມາດຕະການຂອງພວກເຂົາເຈົ້າ ເພື່ອບັນເທົາຕໍ່ຄວາມເສຍຫາຍທາງດ້ານດິນ ຟ້າອາກາດ.”
ຜູ້ຕາງໜ້າຈາກເກືອບ 100 ປະເທດ ແລະອົງການຈັດຕັ້ງລະຫວ່າງລັດຖະບານ ຈະເປັນພະຍານຕໍ່ສານ ດ້ວຍການຮັບຟັງການພິຈາລະນາຄະດີທີ່ຈະສິ້ນສຸດ ລົງໃນວັນທີ 13 ທັນວາ ນີ້, ແລະຄາດວ່າ ບັນດາຜູ້ພິພາກສາ ຈະສະແດງ ຄໍາເຫັນຂອງພວກເຂົາເຈົ້າໃນປີໜ້ານີ້.
ອ່ານບົດລາຍງານດ້ານລຸ່ມນີ້ເປັນພາສາອັງກິດ
A landmark climate change case opened at the United Nations’ International Court of Justice in the Hague this week aimed at clarifying the legal obligations of states to prevent climate change and to pay for any damage it causes. Several small island nations argue their very survival is at stake, as Henry Ridgwell reports.
It has been described as the biggest court case in the world.
Judges at the International Court of Justice in the Hague – the United Nations’ top legal body – have been asked to rule on whether major polluting nations can be held to account for causing climate change and its harmful effects.
Smaller island nation states say rising sea levels place their very existence at stake.
Arnold Kiel Loughman, Vanuatu Attorney General.
“Under international law, states have obligations — [the] obligation to act with due diligence, to prevent significant harm to the environment, to reduce the emissions and provide support to countries like mine, to protect the human rights of present and future generations.”
The judges will consider not only legally binding climate agreements but also international human rights law.
The court is hearing testimony from countries responsible for much of the world’s greenhouse gas emissions — including the United States.
Margaret Taylor, US State Department Legal Adviser.
“International human rights law, however, does not obligate states to mitigate anthropogenic greenhouse gas emissions, nor does it currently provide for a human right to a healthy environment. Although, the United States remains open to participating in a state-led process to develop such a right."
Many big polluters argue that the only relevant laws are derived from existing climate agreements — and that other legislation isn’t relevant, says Nikki Reisch of the Center for International Environmental Law.
Nikki Reisch, Center for International Environmental Law, Zoom.
“We effectively heard them argue that the only relevant law from which any legal obligations can be sourced is the Paris Agreement [on climate change]. And when you actually look at the text of that agreement, it doesn’t require very much. We heard the U.S. really trying to encourage the court and others to ignore history, to sweep the historical conduct of many decades of emissions under the rug and saying what happened before the climate agreement was adopted doesn’t really matter from a legal perspective.”
The judges’ opinion won’t be legally binding. But it will carry weight, says Reisch.
Nikki Reisch, Center for International Environmental Law, Zoom.
“As a kind of legal blueprint for accountability, or a guide for courts and advocates around the world to understand what international law requires and what we should be holding states to in terms of their climate action and their measures to remedy climate harm.”
Representatives from almost 100 countries and intergovernmental organizations will testify to the court – with the hearing due to end on December 13. The judges are expected to deliver their opinion next year.