ທ່ານ ສຕູບ ແລະ ທ່ານ ຮາວິສໂຕ ຜ່ານເຂົ້າຮອບການແຂ່ງຂັນຕັດສິນຊີ້ຂາດ ໃນ​ການເລືອກຕັ້ງ ປະທານາທິບໍດີຟິນແລນ

ແມ່ຍິງຄົນນຶ່ງ ປ່ອນບັດລົງຄະແນນສຽງຂອງລາວ ຢູ່ສະຖານທີ່ເລືອກຕັ້ງ ໃນລະຫວ່າງການເລືອກຕັ້ງປະທານາທິບໍດີ, ໃນນະຄອນຫຼວງແຮລຊິງກີ, ປະເທດຟິນແລນ, ວັນທີ 28 ມັງກອນ 2024.

ຜູ້ສະໝັກພັກເປັນກາງອຽງຂວາ ທ່ານອາເລັກຊານເດີ້ ສຕູບ (Alexander Stubb) ຈາກພັກລັດ​ຖະ​ບານປະສົມແຫ່ງຊາດຂອງຟິນແລນ ໄດ້ຮັບໄຊຊະນະ​ໃນການເລືອກຕັ້ງປະທານາທິບໍດີຮອບທຳອິດຂອງປະເທດແບບຫວຸດຫວິດໃນວັນອາທິດວານນີ້ ແລະຈະປະເຊີນໜ້າກັບສະມາຊິກພັກເສລີສີຂຽວ ທ່ານເປັກກາ ຮາວິສໂຕ (Pekka Haavisto) ໃນການເລືອກຕັ້ງ ຮອບ​ຕັດ​ສິນ​ຊີ້​ຂາດ, ຕາມຂໍ້ມູນທາງການ, ອີງຕາມລາຍງານຂອງອົງການຂ່າວ Reuters.

ດ້ວຍການນັບຄະແນນສຽງທັງໝົດ, ທ່ານ ສຕູບ ມາເປັນອັນດັບນຶ່ງດ້ວຍການສະໜັບສະໜຸນ 27.2 ເປີເຊັນ, ຮອງລົງມາແມ່ນ ທ່ານ ຮາວິສໂຕ ດ້ວຍຄະແນນ 25.8 ເປີເຊັນ, ແລະອັນດັບ 3 ພັກຊາດນິຍົມ ທ່ານຈຸສຊີ ຮາລລາ-ອະໂຮ (Jussi Halla-aho) ດ້ວຍຄະແນນ 19 ເປີເຊັນ. ການ​ແຂ່ງຂັນລະຫວ່າງຜູ້ທີ່ມີຄະແນນສູງ​ສອງ​ທ່ານໃນຮອບສຸກທ້າຍ ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 11 ກຸມພາ ທີ່ຈະມາເຖິງນີ້.

ຟິນແລນ ກໍາລັງເລືອກຕັ້ງປະທານາທິບໍດີຄົນໃໝ່ ເພື່ອນໍາພານະໂຍບາຍການຕ່າງປະເທດ ແລະຄວາມໝັ້ນຄົງຂອງປະເທດ ໃນບົດບາດໃໝ່ພາຍໃຕ້ອົງການ NATO ລຸນຫຼັງແຍກອອກຈາກການບໍ່ຮ່ວມກຸ່ມ ມາຫຼາຍສິບປີ ເພື່ອຮ່ວມມືດ້ານຄວາມໝັ້ນຄົງ ກັບພັນທະມິດຕາເວັນຕົກ ໃນການຕອບໂຕ້ ຕໍ່ການຮຸກຮານ ຢູເຄຣນ ໂດຍ ຣັດເຊຍ.

ທ່ານ ສຕູບ, ອະດີດນາຍົກລັດຖະມົນຕີ ກ່າວຕໍ່ຜູ້ສະໜັບສະໜຸນຂອງທ່ານວ່າ "ເຈົ້າຮູ້ຫຍັງບໍ, ພວກເຮົາໄດ້ຜ່ານເຂົ້າມາຮອບສຸດທ້າຍ, ແຕ່ຂະນະນີ້ ການແຂ່ງຂັນຫາກໍເລີ້ມຕົ້ນຂຶ້ນ."

ອ່ານຂ່າວນີ້ເປັນພາສາອັງກິດ