ເກີດໄຟໄໝ້ ຢູ່ສາງນໍ້າມັນໃນຣັດເຊຍ ມີຜູ້ເສຍຊີວິດ 30 ຄົນ ແລະໄດ້ຮັບບາດເຈັບຫລາຍຄົນ

ຮູບພາບຈາກກະຊວງສຸກເສີນຣັດເຊຍ ສະແດງໃຫ້ເຫັນພວກດັບເພີງ ກຳລັງມອດໄພ ຢູ່ໄກ້ເມືອງ IMakhachkala ນະຄອນຫລວງ Dagestan ປະເທດຣັດເຊຍ ວັນທີ 14 ສິງຫາ 2023

ເກີດໄຟໄໝ້ຢູ່ສາງນໍ້າມັນແຫ່ງນຶ່ງ ຢູ່ໃນເຂດດາແຈສຕານ ທາງພາກໃຕ້ຣັດເຊຍ ໃນຕອນແລງວັນຈັນວານນີ້ ມີຜູ້ເສຍຊີວິດຢ່າງໜ້ອຍ 30 ຄົນຮວມທັງເດັກນ້ອຍ ສາມຄົນ ກະຊວງຮັບ​ມື​ກັບ​ເຫດສຸກເສີນຂອງຣັດເຊຍກ່າວໃນວັນອັງຄານມື້ນີ້ ອີງ​ຕາມ​ລາຍງານ​ຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ້.

ໄຟໄດ້ເກີດຂຶ້ນຢູ່ຮ້ານບ່ອນແປງລົດຂ້າງທາງຮາຍເວ ໃນເມືອງມາຮັກກາລາ ຊຶ່ງ​ເປັນ​ເມືອງ​ເອກ​ຂອງ​ເຂດດາແຈສຕານ ໃນຕອນແລງວັນຈັນວານນີ້ ແລະໄດ້ເຮັດໃຫ້ເກີດລະເບີດແຕກ ໃນຂະນະທີ່ໄຟໄດ້ລາມອອກໄປຫາບ່ອນຕື່ມນໍ້າມັນ ​ອີງ​ຕາມ​ຄຳ​ເວົ້າ​ຂອງພວກເຈົ້າໜ້າທີ່ໄດ້ກ່າວ.

“ມັນຄື​ກັນ​ກັບສົງຄາມຢູ່ທີ່ນີ້” ທີ່ຜູ້ເຫັນເຫດການຄົນນຶ່ງໄດ້ກ່າວ.

ບັນດາຮູບພາບທີ່ໄດ້ແບ່ງປັນໂດຍກະຊວງ​ຮັບ​ມື​ກັບ​ເຫດສຸກເສີນ ໄດ້ສະແດງໃຫ້ເຫັນພວກກູ້ໄພ ພະຍາຍາມມອດ​ໄຟຂະໜາດໃຫຍ່ ໃນຂະນະທີ່ແປວໄຟສູງຂຶ້ນສູ່ທ້ອງຟ້າ​ໃນຕອນກາງຄືນ.

ຮູບພາບເຜີຍແຜ່ທາງອອນລາຍ ສະແດງໃຫ້ເຫັນຕຶກຊັ້ນນຶ່ງຖືກເຜົາ​ໄໝ້ ທີ່ໂທລະພາບອົງການຂ່າວຣອຍເຕີໄດ້ລາຍງານ.

ອ່ານຂ່າວນີ້ເພີມເປັນພາສາອັງກິດ