ວີໂອເອພາກພາສາລາວ ກະຈາຍສຽງທຸກໆວັນ ເປັນເວລາ 30 ນາທີ. ພວກເຮົາສະເໜີຂ່າວ ຂໍ້ມູນ ແລະລາຍງານທີ່ໜ້າສົນໃຈ ກ່ຽວກັບເຫດການທີ່ເກີດຂຶ້ນໃນປະເທດລາວ ສະຫະລັດອາເມຣິກາ ເອເຊຍ ແລະຂົງເຂດອື່ນໆຂອງໂລກ ຕະຫລອດທັງບົດຮຽນພາສາອັງກິດ ແລະລາຍການເພງລາວແລະສາກົນ
ລາຍການກະຈາຍສຽງຂອງວີໂອເອລາວ ວັນທີ 24 ມັງກອນ 2023
Your browser doesn’t support HTML5
ຫົວຂໍ້ຂ່າວສຳຄັນສຳລັບແລງມື້ນີ້ມີ: ເຈົ້າໜ້າທີ່ອະວຸໂສຂອງຢູເຄຣນ ທານນຶ່ງ ລາອອກຈາກຕຳແໜ່ງ ທ່າມກາງການປາບປາມ ການສໍ້ລາດບັງຫຼວງ, ໂປແລນ ຈະສົ່ງລົດຖັງ ຜະລິດຢູ່ເຢຍຣະມັນ ໄປໃຫ້ຢູເຄຣນ ເຖິງແມ່ນວ່າ ເບີລິນ ຍັງລັງເລໃຈ ແລະ ອະດີດເຈົ້າໜ້າທີ່ອະວຸໂສ ຂອງອົງການສັນຕິບານກາງ FBI ໄດ້ຖືກຟ້ອງໃນສອງຂໍ້ຫາ ແຕກຕ່າງກັນ.