ວີໂອເອພາກພາສາລາວ ກະຈາຍສຽງທຸກໆວັນ ເປັນເວລາ 30 ນາທີ. ພວກເຮົາສະເໜີຂ່າວ ຂໍ້ມູນ ແລະລາຍງານທີ່ໜ້າສົນໃຈ ກ່ຽວກັບເຫດການທີ່ເກີດຂຶ້ນໃນປະເທດລາວ ສະຫະລັດອາເມຣິກາ ເອເຊຍແລະຂົງເຂດອື່ນໆຂອງໂລກ ຕະຫລອດທັງບົດຮຽນພາສາອັງກິດ ແລະລາຍການເພງລາວອຳມະຕະແລະເພງສາກົນ.
ລາຍການກະຈາຍສຽງຂອງວີໂອເອລາວ ວັນທີ 6 ທັນວາ 2022
Your browser doesn’t support HTML5
ຫົວຂໍ້ຂ່າວສຳຄັນສຳລັບແລງມື້ນີ້ມີ: ສະຫະລັດ ປະນາມການໂຈມຕີທາງອາກາດຂະໜາດໃຫຍ່ຂອງຣັດເຊຍ ໃນທົ່ວຢູເຄຣນ, ລັດຖະມົນຕີ ກະຊວງຮັກສາຄວາມປອດໄພພາຍໃນສະຫະລັດ ເຕືອນເຖິງໄພອັນຕະລາຍ ບໍ່ພຽງແຕ່ຈາກຊາຍແດນ ແລະ ພວກປະທ້ວງໃນອີຣ່ານ ເລີ້ມຕົ້ນການນັດຢຸດງານ ທົ່ວປະເທດໄລຍະ 3 ວັນ.