ວີໂອເອພາກພາສາລາວ ກະຈາຍສຽງທຸກໆວັນ ເປັນເວລາ 30 ນາທີ. ພວກເຮົາສະເໜີຂ່າວ ຂໍ້ມູນ ແລະລາຍງານທີ່ໜ້າສົນໃຈ ກ່ຽວກັບເຫດການທີ່ເກີດຂຶ້ນໃນປະເທດລາວ ສະຫະລັດອາເມຣິກາ ເອເຊຍແລະຂົງເຂດອື່ນໆຂອງໂລກ ຕະຫລອດທັງບົດຮຽນພາສາອັງກິດ ແລະລາຍການເພງຕາມຄຳຂໍຂອງທ່ານຜູ້ຟັງ. ຫົວຂໍ້ຂ່າວສຳຄັນສຳລັບມື້ນີ້ມີ: ມີການສູ້ລົບຢ່າງດຸເດືອດ ຢູ່ເຂດເມືອງເຄີຊອນ ທາງພາກໃຕ້ຂອງຢູເຄຣນ ໃນວັນອັງຄານວານນີ້, ທີມງານບັນດານັກກວດກາຈາກອົງການສະຫະປະຊາຊາດ ພວມເດີນທາງໄປຍັງໂຮງງານໄຟຟ້ານິວເຄລຍ ຊາໂປຣີສເຊຍ ຂອງຢູເຄຣນ, ອົງການສະຫະປະຊາຊາດ ໄດ້ຮ້ອງຂໍເງິນ 160 ລ້ານໂດລາ ເພື່ອຊ່ອຍເຫຼືອປາກິສຖານ ຮັບມືກັບໄພນ້ຳຖ້ວມກະທັນຫັນທີ່ຮ້າຍແຮງທົ່ວປະເທດ.
ລາຍການກະຈາຍສຽງຂອງວີໂອເອ ລາວ ວັນທີ 31 ສິງຫາ 2022
Your browser doesn’t support HTML5
ຫົວຂໍ້ຂ່າວສຳຄັນສຳລັບມື້ນີ້ມີ: ມີການສູ້ລົບຢ່າງດຸເດືອດຢູ່ເຂດເມືອງເຄີຊອນ ທາງພາກໃຕ້ຂອງຢູເຄຣນ, ທີມງານບັນດານັກກວດກາຈາກອົງການສະຫະປະຊາຊາດ ພວມເດີນທາງໄປຍັງໂຮງງານໄຟຟ້ານິວເຄລຍ ຊາໂປຣີສເຊຍ ຂອງຢູເຄຣນ, ອົງການສະຫະປະຊາຊາດ ໄດ້ຮ້ອງຂໍເງິນ 160 ລ້ານໂດລາ ເພື່ອຊ່ອຍເຫຼືອປາກິສຖານ ຮັບມືກັບໄພນ້ຳຖ້ວມກະທັນຫັນທີ່ຮ້າຍແຮງທົ່ວປະເທດ.