ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໙ ເມສາ ໒໐໒໕

ຮຽນພາສາອັງກິດ ຄໍາສັບໃນຂ່າວ Biodiversity ແປວ່າ ຊີວະນາພັນ ຫຼື ຄວາມຫຼາກຫຼາຍທາງຊີວະພາບ


Biodiversity ແມ່ນບັນດາສັດ ແລະພືດ ທີ່ມີຫຼາກຫຼາຍຊະນິດ ເຊິ່ງດໍາລົງຊີວິດຮ່ວມກັນໃນສະຖານທີ່ໃດນຶ່ງ.

Welcome to the Voice of America’s News Words.

ຍິນດີຕ້ອນຮັບທຸກໆທ່ານເຂົ້າສູ່ບົດຮຽນພາສາອັງກິດ ຄໍາສັບໃນຂ່າວ ຂອງລາຍການວິທະຍຸ-ໂທລະພາບຂອງ VOA.

Scientists who study the Great Barrier Reef in Australia say they have good news and bad news.

ບັນດານັກວິທະຍາສາດທີ່ສຶກສາກ່ຽວກັບ ແນວຫີນປະກາລັງໃນເທເລ ຫຼື Great Barrier Reef ໃນ ອອສເຕຣເລຍ ກ່າວວ່າ ພວກເຂົາເຈົ້າມີທັງຂ່າວດີ ແລະ ຂ່າວຮ້າຍ.

ໃນຄ່ຳຄືນນີ້ ເຮົາຈະມາຮຽນຄຳສັບໃນຂ່າວ, ມາອ່ານອອກສຽງນຳກັນເບິ່ງເນາະ:

BIODIVERSITY: BIODIVERSITY

ຄຳວ່າ BIODIVERSITY ແປ່ວ່າຫຍັງ? ມາຟັງຄຳອະທິບາຍນຳກັນ.....

The Great Barrier Reef is the largest living structure on Earth.

ແນວຫີນປະກາລັງ Great Barrier Reef ແມ່ນໂຄງສ້າງຂອງສິ່ງມີຊີວິດໃນທະເລທີ່ໃຫຍ່ທີ່ສຸດໃນໂລກ.

It is filled with coral, fish and many other species, creating a colorful biodiversity.

ແນວຫີນດັ່ງກ່າວ ເຕັມໄປດ້ວຍປະກາລັງ, ປາ ແລະສິ່ງມີຊີວິດຫຼາກຫຼາຍຊະນິດ, ເຊິ່ງເປັນການເກີດຂຶ້ນມາຂອງຊີວະນາໆພັນທີ່ມີສີສັນ.

For years, rising sea temperatures have caused great damage to the reef.

ເປັນເວລາຫຼາຍປີ ທີ່ອຸນຫະພູມໃນທະເລມີການເພີ້ມຂຶ້ນເລື້ອຍໆ ສົ່ງຜົນເຮັດໃຫ້ເກີດຄວາມເສຍຫາຍຢ່າງໃຫຍ່ຫຼວງ ຕໍ່ແນວຫີນປະກາລັງແຫ່ງນີ້.

But even so, scientist say new corals have begun to grow.

ແຕ່​ ເຖິງຈະເປັນແນວ​ນັ້ນ​ ກໍ່ຕາມ, ນັກ​ວິທະຍາສາດ​ກ່າວ​ວ່າ ​ປະ​ກາ​ລັງ​ໃໝ່ ກໍໄດ້​ເລີ່​ມເຕີບໃຫຍ່ຂະຫຍາຍໂຕ​ແລ້ວ.

Biodiversity is many different types of plants and animals living together in certain place.

Biodiversity ແມ່ນບັນດາສັດ ແລະພືດ ທີ່ມີຫຼາກຫຼາຍຊະນິດ ເຊິ່ງດໍາລົງຊີວິດຮ່ວມກັນໃນສະຖານທີ່ໃດນຶ່ງ.

Each different form of life is important to support biodiversity.

ສິ່ງມີຊີວິດແຕ່ລະຊະນິດ ມີຄວາມແຕກຕ່າງກັນຂອງຮູບແບບ ທີ່ເປັນສິ່ງສໍາຄັນເພື່ອສະໜັບສະໜູນໃຫ້ເກີດຊີວະນາໆພັນ ຫຼື biodiversity.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG